ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເປັນສັກຂີພິຍານພິທີແລກປ່ຽນບັນດາເອກະສານການຮ່ວມມືລະວ່າງ ຫວຽດນາມ - ອົດສະຕາລີ
ຕອນທ່ຽງວັນທີ 11 ສິງຫາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Canberra, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານ Anthony Albanese, ນາຍົກລັດຖະມົນຕີ ອົດສະຕາລີ ໄດ້ແລກປ່ຽນຖະແຫຼງການຮ່ວມ 3 ສະບັບ ແລະ ພ້ອມກັນເປັນສັກຂີພິຍານການມອບ - ຮັບເອກະສານຮ່ວມມື 7 ສະບັບລະຫວ່າງ ຫວຽດນາມ - ອົດສະຕາລີ. ບັນດາຖະແຫຼງການຮ່ວມລວມມີ: ຖະແຫຼງການຮ່ວມເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ຫວຽດນາມ - ອົດສະຕາລີ ເລິກເຊິ່ງຂຶ້ນຕື່ມ; ຖະແຫຼງການຮ່ວມກ່ຽວກັບການຍົກສູງຄວາມທົນທານ, ຮັບມື ແລະ ຟື້ນຟູເສດຖະກິດ ຫວຽດນາມ - ອົດສະຕາລີ; ຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການເຊື່ອມຕໍ່ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳລະຫວ່າງ ຫວຽດນາມ ແລະ ອົດສະຕາລີ.
ບັນດາເອກະສານຮ່ວມມືລວມມີ: ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນຂົງເຂດກະສິກຳ ແລະ ພັດທະນາຊົນນະບົດແບບຍືນຍົງ; ການຮ່ວມມືປະຕິບັດກົດໝາຍທາງທະເລລະຫວ່າງຕຳຫຼວດທະເລ ຫວຽດນາມ ແລະ ກຳລັງຊາຍແດນ, ອົດສະຕາລີ; ເພີ່ມທະວີການຮ່ວມມື ແລະ ໜູນຊ່ວຍເຊິ່ງກັນແລະກັນໃນຂົງເຂດປ້ອງກັນຊາດລະຫວ່າງກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດ ສສ.ຫວຽດນາມ ແລະ ກຳລັງຊາຍແດນ, ລັດຖະບານ ອົດສະຕາລີ... ອະນຸສັນຍາປັບປຸງ ແລະ ເພີ່ມເຕີມສັນຍາລະຫວ່າງລັດຖະບານ ອົດສະຕາລີ ແລະ ລັກຖະບານແຫ່ງ ສສ. ຫວຽດນາມ ກ່ຽວກັບການຂົນສົ່ງທາງການບິນ.






