• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິສາຫະກິດຝລັ່ງໂກໂຟນີກ່ຽວກັບນະວັດຕະກຳ, ປະດິດຄິດສ້າງ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕີລາຄາສູງບັນດາຫົວຂໍ້ຈຸດສຸມຂອງເວທີປາໄສ FrancoTech. ຫວຽດນາມ ປາດຖະໜາຢາກຮ່ວມມືກັນຢ່າງແໜ້ນແຟ້ນກວ່າກັບບັນດາຄູ່ຮ່ວມມື, ໃນນັ້ນມີ ຝລັ່ງ ແລະ ບັນດາປະເທດໃຊ້ພາສາ ຝລັ່ງ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ເວທີປາໄສ (ພາບ: TTXVN)

ໃນຂອບເຂດລາຍການເຂົ້າຮ່ວມກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ 19 ແລະ ຢ້ຽມຢາມ ສ.ຝລັ່ງ ຢ່າງເປັນທາງການ, ແຕ່ວັນທີ 03 – 07 ຕຸລາ. ຕອນເຊົ້າວັນທີ 04 ຕຸລາ, ຢູ່ ປາຣີ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສທີ່ເວທີປາໄສວິສາຫະກິດຝລັ່ງໂກໂຟນີກ່ຽວກັບນະວັດຕະກຳ, ປະດິດຄິດສ້າງ (FrancoTech).

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕີລາຄາສູງບັນດາຫົວຂໍ້ຈຸດສຸມຂອງເວທີປາໄສ FrancoTech. ຫວຽດນາມ ປາດຖະໜາຢາກຮ່ວມມືກັນຢ່າງແໜ້ນແຟ້ນກວ່າກັບບັນດາຄູ່ຮ່ວມມື, ໃນນັ້ນມີ ຝລັ່ງ ແລະ ບັນດາປະເທດໃຊ້ພາສາຝລັ່ງ, ເພື່ອພັດທະນາຂະແໜງອຸດສາຫະກຳປາຍແຫຼມ, ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ປັນຍາປະດິດ, startup… ທີ່ເວທີປາໄສ, ທ່ານກໍ່ຮຽກຮ້ອງໃຫ້ບັນດາວິສາຫະກິດ, ນັກລົງທຶນໃນປະຊາຄົມໃຊ້ພາສາຝລັ່ງ ສືບຕໍ່ເອົາໃຈໃສ່, ມາລົງທຶນຢູ່ ຫວຽດນາມ.

        ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ 19, ຢູ່ ຝລັ່ງ ແຕ່ວັນທີ 04 – 05 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ມີບົດຂຽນທີ່ລົງພິມໃນວາລະສານ Influences.

        ໃນບົດຂຽນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢືນຢັນການເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງກ່ຽວກັບການຮ່ວມມືດ້ານເສດຖະກິດກັບບັນດາປະເທດໃນປະຊາຄົມໃຊ້ພາສາຝລັ່ງ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງ ຫວຽດນາມ. ຫວຽດນາມ ປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານເສດຖະກິດຝລັ່ງໂກໂຟນີ ກໍຄືການປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມຂອງຝລັ່ງໂກໂຟນີ ເພື່ອສັນຕິພາບ, ການຮ່ວມມື, ຄວາມສາມັກຄີ ແລະ ການພັດທະນາແບບຍືນຍົງໃນປະຊາຄົມໃຊ້ພາສາຝລັ່ງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ທ່ານ​ ຫງວຽນ​ຊວັນຖັງ ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ຫວຽດ​ນາມ ຢັ້ງ​ຢື​ນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ລາວ​ໃນ​ພາ​ລະ​ກິດ​ແຫ່ງ​ການ​​ສ້າງສາ, ພັດ​ທ​ະ​ນາ​ປະ​ເທດ​ຊາດ.

Top