• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢ້ຽມຢາມ ແລະ ເຮັດວຽກຢູ່ເກາະ ໂກນກໍ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ເມືອງເກາະ ສືບຕໍ່ປັບປຸງການປ້ອງກັນຊາດປ້ອງກັນສະຫງົບເຂດທະເລ, ໝູ່ເກາະ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ທີ່ການເຮັດວຽກຢູ່ເມືອງເກາະ ໂກນກໍ (ພາບ: TTXVN)

ຕອນເຊົ້າວັນທີ 16 ຕຸລາ, ໃນລາຍການໄປປະຕິບັດງານຢູ່ແຂວງ ກວາງຈີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ຄະນະປະຕິບັດງານສູນກາງ ໄດ້ໄປຢ້ຽມຢາມ, ສຳຫຼວດຊີວິດການເປັນຢູ່ຂອງພະນັກງານ, ປະຊາຊົນທີ່ພວມດຳລົງຊີວິດ, ເຮັດວຽກຢູ່ເມືອງເກາະ ໂກນກໍ.

        ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ເມືອງເກາະ ສືບຕໍ່ປັບປຸງການປ້ອງກັນຊາດປ້ອງກັນສະຫງົບເຂດທະເລ, ໝູ່ເກາະ, ເອົາໃຈໃສ່ເຖິງການເຊື່ອມຕໍ່ວົງຈອນກ່ຽວກັບການປ້ອງກັນຊາດປ້ອງກັນຄວາມສະຫງົບລະຫວ່າງ ໂກນກໍ ແລະ ໝູ່ເກາະອື່ນໆ. ທ່ານກໍ່ຮຽກຮ້ອງໃຫ້ເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງພະນັກງານ, ນັກຮົບ, ພໍ່ແມ່ປະຊາຊົນທີ່ພວມດຳລົງຊີວິດ, ອອກແຮງງານຢູ່ໝູ່ເກາະ, ຮັບປະກັນເງື່ອນໄຂຮ່ຳຮຽນ ແລະ ການເບິ່ງແຍງດ້ານການແພດຢ່າງຄົບຖ້ວນໃຫ້ແກ່ປະຊາຊົນ. ທ່ານເນັ້ນວ່າ, ການພັດທະນາການທ່ອງທ່ຽວແມ່ນຕ້ອງໄປຕາມທິດຍືນຍົງ, ປົກປັກຮັກສາສິ່ງແວດລ້ອມ, ທິວທັດທຳມະຊາດຂອງເຂດທະເລ, ໝູ່ເກາະ…

(ແຫຼ່ງຄັດຈາກ VOV)

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ​ໃຫ້​ຮູ້​ວ່າ ບັນ​ດາ​ການ​ນຳ​ລັດ​ຖະ​ບານ​ຢູ່ Aden ຍັງ​​ປອດ​ໄພ​ພາຍຫຼັງ​ກຳ​ລັງ Houthi ບຸກ​ໂຈມ​ຕີ​ລູກ​ສອນ​ໄຟ​ເລັ່ງ​ໃສ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ວັນ​ທີ 15 ຕຸ​ລາ.

Top