ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ຫວຽດນາມ ສິ້ນສຸດອາຍຸການປະຕິບັດງານ
ຕອນບ່າຍວັນທີ 05 ສິງຫາ, ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Tan Yang Thai, ເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດໜ້າທີ່ປະຕິບັດງານ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕີລາຄາສູງ ແລະ ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ Tan Yang Thai ໄດ້ປະຕິບັດສຳເລັດໜ້າທີ່ຢູ່ ຫວຽດນາມ ຢ່າງຈົບງາມ. ທ່ານຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຖືການພົວພັນຮ່ວມມືກັບ ມາເລເຊຍ ເປັນສຳຄັນ; ທ່ານປາດຖະໜາຢາກເພີ່ມພູນຄຸນສ້າງຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ 2 ປະເທດໃຫ້ເຂົ້າສູ່ລວງເລິກ, ດ້ວຍຂອບຂະໜາດ ແລະ ເນື້ອໃນຮອບດ້ານ, ເລິກເຊິ່ງ, ກວ້າງຂວາງກວ່າ.
ສ່ວນທ່ານເອກອັກຄະລັດຖະທູດ Tan Yang Thai, ຢືນຢັນວ່າ ຍາມໃດ ມາເລເຊຍ ກໍ່ຖືການພົວພັນຮ່ວມມືກັບ ຫວຽດນາມ ເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງເຂັ້ມແຂງກວ່າ, ໂດຍສະເພາະແມ່ນໃນຂົງເຂດ, ຄື: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ພະລັງງານຜະລິດຄືນໃໝ່. ທ່ານກໍ່ໃຫ້ຮູ້ວ່າ ຈະສືບຕໍ່ເພີ່ມພູນຄຸນສ້າງໃຫ້ແກ່ການພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາ.






