ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບເອກອັກຄະລັດຖະທູດ ບັງກະລາເທດ ເຂົ້າຢ້ຽມອຳລາ Facebook Share Facebook
ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຢືນຢັນຄືດັ່ງກ່າວໃນຕອນບ່າຍວັນທີ 05 ກັນຍາ, ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບ ທ່ານ Mohammad Lutfor Rahman, ເອກອັກຄະລັດຖະທູດ ບັງກະລາເທດ ປະຈຳ ຫວຽດນາມ ເນື່ອງໃນໂອກາດເຂົ້າຢ້ຽມອຳລາສິ້ນສຸດການປະຕິບັດໜ້າທີ່ຢູ່ ຫວຽດນາມ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃນໄລຍະຈະເຖິງ, 2 ປະເທດຕ້ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການສຶກສາ - ບຳລຸງສ້າງ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນໃຫ້ຫຼາຍກວ່າອີກ.






