ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບເອກອັກຄະລັດຖະທູດ ບັງກະລາເທດ ເຂົ້າຢ້ຽມອຳລາ Facebook Share Facebook

ພາຍຫຼັງ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ, ການພົວພັນ ຫວຽດນາມ - ບັງກະລາເທດ ສືບຕໍ່ພັດທະນາຢ່າງໝັ້ນຄົງໜັກແໜ້ນ ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນເປັນປະຈຳ.
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບເອກອັກຄະລັດຖະທູດ ບັງກະລາເທດ ເຂົ້າຢ້ຽມອຳລາ. (ພາບ: VNA)  
ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ຢືນ​ຢັນ​ຄື​ດັ່ງ​ກ່າວ​ໃນ​ຕອນ​ບ່າຍ​ວັນ​ທີ 05 ກັນ​ຍາ, ຢູ່ ຮ່າ​ໂນ້ຍ, ທີ່​ການ​ຕ້ອນ​ຮັບ ​ທ່ານ Mohammad Lutfor Rahman, ເອກ​ອັກ​ຄະ​ລັດ​ຖະ​ທູດ ບັງ​ກະ​ລາ​ເທດ ປະຈຳ ຫວຽດນາມ ​ເນື່ອງ​ໃນ​ໂອ​ກາດເຂົ້າ​ຢ້ຽມ​ອຳ​ລາ​ສິ້ນ​ສຸດ​ການ​ປ​ະ​ຕິ​ບັດ​ໜ້າທີ່​ຢູ່ ຫວຽດ​ນາມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ໃນ​ໄລ​ຍະ​ຈະ​ເຖິງ, 2 ປະ​ເທດ​ຕ້ອງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ; ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ສຶກ​ສາ - ບຳ​ລຸງ​ສ້າງ, ການທ່ອງ​ທ່ຽວ, ການພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ​ໃຫ້​ຫຼາຍກວ່າ​ອີກ.

top