• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບເອກອັກຄະລັດຖະທູດເຂົ້າຍືນສານຕາຕັ້ງ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຫວັງວ່າ, ໃນອາຍຸການປະຕິບັດງານຂອງຕົນ ບັນດາເອກອັກຄະລັດຖະທູດຈະປະຕິບັດບົດບາດ “ເປັນຂົວເຊື່ອມຕໍ່” ມິດຕະພາບ ແລະ ການຮ່ວມມືໃຫ້ເປັນຢ່າງດີ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ການຕ້ອນຮັບ (ພາບ: TTXVN)

ຕອນບ່າຍວັນທີ 18 ຕຸລາ, ຢູ່ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ໄທ ແລະ ເອກອັກຄະລັດຖະທູດ 4 ທ່ານເຂົ້າຍືນສານຕາຕັ້ງມາຮັບໜ້າທີ່ຢູ່ ຫວຽດນາມ.

        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ ອຸຣາດວາດີ ສີພິຣົມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປາດຖະໜາວ່າ, ໃນອາຍຸການຂອງຕົນ, ທ່ານເອກອັກຄະລັດຖະທູດ ອຸຣາດວາດີ ສີພິຣົມຈະສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງ ຫວຽດນາມ ເພີ່ມທະວີການສົ່ງເສີມການຄ້າ, ການລົງທຶນ, ເຊື່ອມຕໍ່ເສດຖະກິດ, ສູ້ຊົນນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 25 ຕື້ USD ໂດຍໄວ.

        ສ່ວນທ່ານເອກອັກຄະລັດຖະທູດ ອຸຣາດວາດີ ສີພິຣົມໃຫ້ຮູ້ວ່າ, ໃນອາຍຸການຂອງຕົນ, ທ່ານນາງຈະຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດ, ຄື: ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການທ່ອງທ່ຽວ ແລະ ພົບປະແລກປ່ຽນປະຊາຊົນ, ປະກອບສ່ວນຊຸກຍູ້ການພົວພັນຂອງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.

        ໃນວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕ້ອນຮັບສານຕາຕັ້ງຂອງເອກອັກຄະລັດຖະທູດ 4 ທ່ານທີ່ມາຈາກ Comoros, Burkina Faso, Niger ແລະ Suriname. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຫວັງວ່າ, ໃນອາຍຸການປະຕິບັດງານຂອງຕົນ ບັນດາເອກອັກຄະລັດຖະທູດຈະປະຕິບັດບົດບາດ “ເປັນຂົວເຊື່ອມຕໍ່” ມິດຕະພາບ ແລະ ການຮ່ວມມືໃຫ້ເປັນຢ່າງດີ, ເພີ່ມພູນຄຸນສ້າງ, ພັດທະນາການພົວພັນລະຫວ່າງ ຫວຽດນາມ ແລະ ບັນດາປະເທດທີ່ບັນດາທ່ານເອກອັກຄະລັດຖະທູດເປັນຜູ້ຕາງໜ້າ.

(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top