• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບປະທານສານປະຊາຊົນສູງສຸດ ລາວ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ສານປະຊາຊົນ 2 ປະເທດ ຕ້ອງຍູ້ແຮງການຮ່ວມມືໃນການຫັນເປັນດີຈີຕອນ ແລະ ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນ​ຮັບ​ທ່ານ ໄພວີ ສີບົວລິພາ, ປະທານສານປະຊາຊົນສູງສຸດ ລາວ (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 28 ກໍ​ລະ​ກົດ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ​ກອມ​ມູນ​ິດ ຫວຽດ​ນາມ, ທ່ີ ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ທ່ານ ​ໄພ​ວີ ສີ​ບົວ​ລິ​ພາ, ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ແຫ່ງປະ​ເທດ ສ​ປ​ປ.ລາວ ທີ່​ພວມ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ.

ທີ່​ການ​ຕ້ອນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ໂຕ​ເລິມ ສະ​ເໜີ​ໃຫ້​ສານ​ປະ​ຊາ​ຊົນ 2 ປະ​ເທດ ຕ້ອງ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າ​ວ​ສານ, ໃນ​ນັ້ນ ​ຖື​ເປັນ​ສຳ​ຄັນ​ການ​ຮ່ວມ​ມື​ສ້າງ​ສານ​ເອ​ເລັກ​ໂຕ​ນິກ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ. ທ່ານກໍ່​ສະ​ເໜີ​ໃຫ້​ສານ​ປະ​ຊາ​ຊົນ​ສູງ​ສຸດ 3 ປະ​ເທດ ຫວຽດ​ນາມ, ລາວ ແລະ ກຳ​ປູ​ເຈຍ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ໜ້າ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ຕຸ​ລາ​ການ ແລະ ເປີດກວ້າງ​ການ​ຮ່ວມ​ມື​ກັບ​ຂ​ະ​ແໜງ​ສານ ໄທ, ມຽນ​ມາ ແລະ ບັນ​ດາ​ປະ​ເທດ​ເຂດ​ອະ​ນຸ​ພາກ​ພື້ນ, ສ້າງ​ກົນ​ໄກ​ສົມ​ທົບ​ກັນ​ກ່ຽວ​ກັບ​ບັນ​ຫາ​ນິ​ຕິ​ກຳ, ຍຸ​ຕິ​ທຳ​ທີ່​ຕ່າງຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ເທື່ອ​ລະ​ກ້າວ.

ສ່ວນ​ທ່ານ ໄພ​ວີ ສີ​ບົວ​ລິ​ພາ, ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ ຢືນ​ຢັນ​ວ່າ ສານ​ປະ​ຊາ​ຊົນ​ສ​ູງ​ສຸດ ລາວ ຈະ​ສົ​ມ​ທົບ​ກັນ​ກັບ​ສານ​ປະ​ຊາ​ຊົນ​ສູງ​ສຸດ ຫວຽດ​ນາມ ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮັບ​ຮູ້​ລວມ​ຂອງ​ການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ​ໃຫ້​ມີ​ປະ​ສິດ​ທິ​ຜົນ; ສືບ​ຕໍ່​ສຶກ​ສາ​ມູນ​ເຊື້ອ​ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ໃຫ​້​ແກ່​ຖ​ັນ​ແຖວ​ພະ​ນັກ​ງານ, ພາ​ລະ​ກອນ​ຂະ​ແໜງ​ສານ​ຂອງ 2 ປະ​ເທດ, ປະ​ກອບ​ສ່ວນ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົ​ວ​ພັນ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວ​ມ​ມື​​ຮອບ​ດ້ານ​ຄີ ລາວ - ຫວຽດ​ນາມ.

ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ດ້ວຍ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ຈິດ​ໃຈ​ທົນ​ທານ, ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ, ພ້ອມ​ກັບ​ຈິດ​ໃຈ​ເລີ່ມ​ຕົ້ນທຸ​ລະ​ກິດ Startup ແລະ ຄວາມ​ມຸ່ງ​ຫວັງອຸ​ທິດ​ສ່ວນ​ຢ່າງ​ແຮງກ້າ, ນັກ​ທຸ​ລະ​ກິດ ຫງວຽ​ນ​ທິ​ງາ ພ້ອມ​ກັບ​ຖັນ​ແຖວ​ໄດ້​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ ການ​ບໍ​ລິ​ການ ແລະ ການ​ເງິນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ມີ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ມີກຳ​ລັງ​ແກ້ງ​ແຍ້ງ​ສູງ.

Top