• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ: ພັກກອມມູນິດຕ້ອງປະຕິບັດ ບົດບາດເປັນຂົວເຊື່ອມມິດຕະພາບ ແລະ ຮ່ວມມື ລະຫວ່າງ ຫວຽດນາມ - ລາວ ເປັນຢ່າງດີ

ບັນດາພະນັກງານ, ພາລະກອນ ສາຖານທູດ ຈະສືບຕໍ່ມານະພະຍາຍາມປະຕິບັດໜ້າທີ່ທີ່ໄດ້ມອບໝາຍໃຫ້ສຳເລັດຜົນເປັນຢ່າງດີ, ປະກອບສ່ວນຢ່າງສຳຄັນໃນການປັບປຸງ ແລະ ເພີ່ມທິວີສາຍພົວພັນພິເສດ ລະຫວ່າງ ຫວຽດນາມ - ລາວ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ກ່າວຄຳເຫັນທີ່ການເຮັດວຽກ

ໃນຂອບເຂດການຢ້ຽມຢາມສັນທະວະໄທຕີ ສປປ.ລາວ ຢ່າງເປັນທາງການ, ຕອນເຊົ້າວັນທີ 25 ກຸມພາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມສະຖານທູດ ຫວຽດນາມ,ພົບປະໂອລົມກັບພະນັກງານສະຖານທູດ, ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ, ຄະນະນັກສຶກສາ ແລະ ວິສາຫະກິດ ຫວຽດນາມ ຢູ່ລາວ.

        ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ຫວັງວ່າພະນັກງານ, ພາລະກອນ ສະຖານທູດ ຫວຽດນາມ ປະຈຳລາວ ຈະມານະພະຍາຍາມສູ້ຊົນປະຕິບັດໜ້າທີ່ໃຫ້ສຳເລັດຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເພີ່ມພູນຄຸນສ້າງສາຍພົວພັນພິເສດ ລະຫວ່າງ ຫວຽດນາມ - ລາວ. ທ່ານຢັ້ງຢືນວ່າ ພັກ, ລັດ ຍາມໃດກໍ່ເອົາໃຈໃສ່, ສ້າງເງື່ອນໄຂ ສະດວກເພື່ອໃຫ້ພໍ່ແມ່ປະຊາຊົນທຳມາຫາກິນ, ເຮັດວຽກ, ຮ່ຳຮຽນ ແລະ ປະຕິບັດວຽກງານເປັນຢ່າງດີ, ຫວັງວ່າບັນດາວິສາຫະກິດທຳການການຜະລິດ ແລະ ດຳເນີນທຸລະກິດເປັນຢ່າງດີ, ມີປະສິດທິຜົນ ແລະ ມີຄຸນນະພາບທີ່ດີທີ່ສຸດ. ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດລາວ, ພ້ອມທັງເສີມສ້າງ, ພັດທະນາສາຍພົວພັນລະຫວ່າງສອງປະເທດໃຫ້ໝັ້ນຄົງຕະຫຼອດການ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ຫວັງວ່າ ບັນດາພະນັກງານ, ພາລະກອນ ສາຖານທູດ ຈະສືບຕໍ່ມານະພະຍາຍາມປະຕິບັດໜ້າທີ່ທີ່ໄດ້ມອບໝາຍໃຫ້ສຳເລັດຜົນເປັນຢ່າງດີ, ປະກອບສ່ວນຢ່າງສຳຄັນໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນພິເສດ ລະຫວ່າງ ຫວຽດນາມ - ລາວ.

ໃນຕອນເຊົ້າວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປວາງພວງມາລາທີ່ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດ, ແລະອາໄລຫາບັນດານັກຮົບ ທີ່ໄດ້ເສຍສະຫຼະຊີວິດເພື່ອ ເອກະລາດ, ເສລີພາບ ຂອງປະຊາຊົນລາວບັນດາເຜົ່າ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top