• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມ ຄະນະປະຈໍາ ອະນຸກໍາມະການເອກະສານກອງປະຊຸມໃຫຍ່ ຄັ້ງທີ 13

ການສ້າງບັນດາເອກະສານກອງປະຊຸມໃຫຍ່ ຄັ້ງທີ 13 ແມ່ນວິວັດການສະຫຼຸບການເຄື່ອນໄຫວພຶດຕິກໍາຕົວຈິງ, ຄົ້ນຄວ້າທິດສະດີ ຮຽກຮ້ອງຕ້ອງຊາບຊຶມບັນດາທັດສະນະຢ່າງພາວະວິໄສ, ຮອບດ້ານ, ພັດທະນາ, ພຶດຕິກໍາຕົວຈິງ ແລະ ປະຫວັດສາດ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມ ຄະນະປະຈໍາ ອະນຸກໍາມະການເອກະສານກອງປະຊຸມໃຫຍ່ ຄັ້ງທີ 13 (ພາບ: TTXVN)

ຕອນບ່າຍວັນທີ 05 ທັນວາ, ຢູ່ສໍານັກງານສູນກາງພັກ, ຄະນະປະຈໍາອະນຸກໍາມະການເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ດໍາເນີນກອງປະຊຸມວາລະທໍາອິດ, ເພື່ອປະກອບຄໍາເຫັນກ່ຽວກັບແຜນການເຄື່ອນໄຫວຂອງອະນຸກໍາມະການເອກະສານ, ຄະນະປະຈໍາອະນຸກໍາມະການເອກະສານ ແລະ ບາງເນື້ອໃນທີ່ກ່ຽວຂ້ອງເຖິງວິວັດການສ້າງບັນດາເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຫົວໜ້າອະນຸກໍາມະການເອກະສານເປັນປະທານກອງປະຊຸມ.

        ກ່າວຄໍາເຫັນທີ່ວາລະສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຫົວໜ້າອະນຸກໍາມະການ ເອກະສານ ໄດ້ໃສ່ໃຈເຖິງບາງບັນຫາສໍາຄັນໃນໄລຍະກະກຽມບັນດາເອກະສານ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຮຽກຮ້ອງວ່າ ຄວນກໍາແໜ້ນ ແລະ ແກ້ໄຂບັນດາການພົວພັນລະຫວ່າງຄວາມຢຶດໝັ້ນ ແລະ ການໝູນໃຊ້ຫົວຄິດປະດິດສ້າງ ໃຫ້ເປັນຢ່າງດີ. ນັ້ນແມ່ນຢຶດໝັ້ນ ແລະ ໝູນໃຊ້ລັດທິ ມາກ - ເລນິນ, ແນວຄິດໂຮ່ຈີມິນ ຢ່າງມີຫົວຄິດປະດິດສ້າງ; ຢຶດໝັ້ນເປົ້າໝາຍເອກະລາດຊົນຊາດ ແລະ ລັດທິສັງຄົມນິຍົມ. ຢຶດໝັ້ນຕໍ່ແນວທາງປ່ຽນແປງໃໝ່; ຢຶດໝັ້ນຕໍ່ການຊີ້ນໍານໍາພາຂອງພັກ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ນັ້ນໜັກວ່າ ການສ້າງບັນດາເອກະສານກອງປະຊຸມໃຫຍ່ ຄັ້ງທີ 13 ແມ່ນວິວັດການສະຫຼຸບການເຄື່ອນໄຫວພຶດຕິກໍາຕົວຈິງ, ຄົ້ນຄວ້າທິດສະດີ ຮຽກຮ້ອງຕ້ອງຊາບຊຶມບັນດາທັດສະນະຢ່າງພາວະວິໄສ, ຮອບດ້ານ, ພັດທະນາ, ພຶດຕິກໍາຕົວຈິງ ແລະ ປະຫວັດສາດ. ດັ່ງນັ້ນ, ຕ້ອງເສີມຂະຫຍາຍ ປະຊາທິປະໄຕ, ເສີມຂະຫຍາຍພູມປັນຍາລວມໝູ່ໃນວິວັດການສ້າງເອກະສານ.

(ແຫຼ່ງຄັດຈາກ VOV)


ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top