• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ກຳປູເຈຍ

      ຕອນບ່າຍວັນທີ 04 ຕຸລາ, ທີ່ສຳນັກງານສູນກາງພັກກອມມູນິດ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງລັດຖະບານ ກຳປູເຈຍ ໂດຍທ່ານ Samdech Techo HunSen ປະທານພັກປະຊາຊົນ ກຳປູເຈຍ, ນາຍົກລັດຖະມົນຕີ ກຳປູເຈຍ ນຳໜ້າພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
        ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຊົມເຊີຍບັນດາຜົນງານອັນຍິ່ງໃຫຍ່, ສຳຄັນເຊິ່ງປະຊາຊົນ ກຳປູເຈຍ ບັນລຸໄດ້ໃນໄລຍະຜ່ານມາ, ພາຍໃຕ້ການຊີ້ນຳນຳພາຂອງສະພາສູງ, ສະພາແຫ່ງຊາດ ແລະ ລັດຖະບານ ກຳປູເຈຍ, ປະຊາຊົນ ກຳປູເຈຍ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ສືບຕໍ່ບັນລຸໄດ້ຜົນງານໃໝ່ຫລາຍຢ່າງ, ນຳປະເທດ ກຳປູເຈຍ ນັບມື້ນັບພັດທະນາຈະເລີນຮຸ່ງເຮືອງ, ປະຊາຊົນ ກຳປູເຈຍ ນັບມື້ນັບອີ່ມໜຳສຳລານ, ຢູ່ເຢັນເປັນສຸກ.

ທີ່ການຕ້ອນຮັບ (ພາບ: TTXVN)
      ສ່ວນທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo HunSen ຢືນຢັນວ່າ: ລັດຖະບານ ກຳປູເຈຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບລັດຖະບານ ຫວຽດນາມ ເພື່ອປັບປຸງ, ເພີ່ມທະວີການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດກ່ວາອີກ. ທ່ານນາຍົກລັດຖະມົນຕີ HunSen ກໍ່ສະແດງຄວາມພາກພູມໃຈ ກ່ຽວກັບເລື່ອງ 2 ຝ່າຍໄດ້ລົງນາມໃນເອກະສານຮ່ວມມືຫລາຍສະບັບ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top