• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້

      ສະພາແຫ່ງຊາດລາວ ຈະສົມທົບກັບສະພາແຫ່ງຊາດ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງ,ປະຕິບັດບັນດາຂໍ້ຕົກລົງລະຫວ່າງ ການນໍາຂັ້ນສູງສອງພັກ, ສອງລັດ ແລະ ຂໍ້ຕົກລົງຮ່ວມມືສະບັບຕ່່າງໆລະຫວ່າງສອງສະພາແຫ່ງຊາດໃຫ້ມີປະສິດທິຜົນ.
            ຕອນບ່າຍວັນທີ 5 ມີນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນສະພາແຫ່ງຊາດລາວ ໂດຍທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ນໍາໜ້າ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຕ້ອນຮັບ
ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ (ພາບ:TTXVN)
      ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສະເໜີວ່າ ໃນໄລຍະຈະມາເຖິງ, ສະພາແຫ່ງຊາດສອງປະເທດ, ກໍຄືບັນດາກໍາມາທິການສະພາແຫ່ງຊາດເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນ, ຖອດຖອນບົດຮຽນເຊິ່ງກັນແລະກັນໃຫ້ຫຼາຍກວ່າອີກ ເພື່ອພ້ອມກັນປະຕິບັດບົດບາດເປັນອົງການນິຕິບັນຍັດ, ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາສໍາຄັນຂອງປະເທດໃຫ້ເປັນຢ່າງດີ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງສອງສະພາແຫ່ງຊາດ. ສອງຝ່າຍເພີ່ມທະວີການຕິດຕາມ, ກວດກາ, ເລັ່ງລັດ, ຊີ້ນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ນັບທັງບັນດາວິສາຫະກິດໃນການຜັນຂະຫຍາຍປະຕິບັດຖະແຫຼງການຮ່ວມສະບັບຕ່າງໆລະຫວ່າງ ຫວຽດນາມ - ລາວ ແລະ ຂໍ້ຕົກລົງສະບັບຕ່າງໆລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດ.
            ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ແຈ້ງໃຫ້ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຮັບຊາບ ກ່ຽວກັບບັນດາໝາກຜົນການຮ່ວມມືລະຫວ່າງສອງສະພາແຫ່ງຊາດໃນໄລຍະຜ່ານມາ ແລະ ໝາກຜົນຂອງການປຶກສາຫາລື, ເຮັດວຽກ ແລະ ແລກປ່ຽນບົດຮຽນກັບຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ. ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ຢັ້ງຢືນວ່າ ສະພາແຫ່ງຊາດລາວ ຈະສົມທົບກັບສະພາແຫ່ງຊາດ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງ,ປະຕິບັດບັນດາຂໍ້ຕົກລົງລະຫວ່າງ ການນໍາຂັ້ນສູງສອງພັກ, ສອງລັດ ແລະ ຂໍ້ຕົກລົງຮ່ວມມືສະບັບຕ່່າງໆລະຫວ່າງສອງສະພາແຫ່ງຊາດໃຫ້ມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top