• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍື່ນສານຕາຕັ້ງ

      ຕອນເຊົ້າວັນທີ 7 ສິງຫາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດເຂົ້າຍື່ນສານຕາຕັ້ງເນື່ອງໃນໂອກາດມາຮັບດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມປະຈຳ ຫວຽດນາມ.

ທ່ານ ທານີ ແສງຣັດ  ເອກອັກຄະລັດຖະທູດໄທຜູ້ມີອຳນາດເຕັມ  ປະຈຳ ຫວຽດນາມ ຍື່ນສານຕາຕັ້ງຕໍ່ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ (ພາບ: TTXVN)
      ໂດຍຕາງໜ້າລັດ ແລະ ປະຊາຊົນ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ສະແດງຄວາມຍິນດີຕ້ອນຮັບ ບັນດາເອກອັກຄະລັດຖະທູດ ຂອງລາຊະອານາຈັກ ໄທ, ລາຊະອານາຈັກ ອາຣັບເອັມມີເລດ, ສາທາລະນະລັດ ໂກລົມບີ, ສາທາລະນະລັດ ກາຊັກສະຖານ, ອົດສະຕາລີ, ສາທາລະນະລັດ ອາກເມນີ , ລາຊະອານາຈັກ ມາຣົກ, ສາທາລະນະລັດ ອິນເດຍ, ສາທາລະນະລັດສະຫະພັນ ເຢຍລະມັນ ແລະ ມາເລເຊຍ ທີ່ມາຮັບໜ້າທີ່ຢູ່ ຫວຽດນາມຢ່າງສຸດໃຈ.
        ທ່ານ ຫງວຽນຝຸຈ້ອງ ໄດ້້ເນັ້ນໜັກເຖິງບົດບາດສຳຄັນຂອງບັນດາທ່ານເອກອັກຄະລັດຖະທູດວ່າແມ່ນຂົວເຊື່ອມຕໍ່ມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດຊຶ່ງບັນດາເອກອັກຄະລັດຖະທູດເປັນຜູ້ຕາງໜ້າ ແລະ ຢັ້ງຢືນວ່າ ລັດ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາເອກອັກຄະລັດຖະທູດປະຕິບັດໜ້າທີ່ຂອງຕົນເປັນຢ່າງດີ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫວັງວ່າ ໃນອາຍຸການປະຕິບັດວຽກງານ, ຢູ່ຫວຽດນາມ ຈະສ້າງຂີດໝາຍອັນດີງາມຕໍ່ບັນດາທ່ານເອກອັກຄະລັດຖະທູດແຕ່ລະທ່ານ, ປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນເຂົ້າໃນການເພີ່ມພູນຄູນສ້າງ, ພັດທະນາການພົວພັນລະຫວ່າງ ຫວຽດນາມ ແລະ ບັນດາປະເທດຊຶ່ງ ບັນດາທ່ານເອກອັກຄະລັດຖະທູດເປັນຜູ້ຕາງໜ້າ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top