• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງໃຫ້ການຕ້ອນຮັບປະທານາທິບໍດີອາເມລິກາ Donald Trump

      ຕອນເຊົ້າວັນທີ 12 ພະຈິກ, ຢູ່ຮ່າໂນ້ຍ, ພາຍຫຼັງການປະຊຸມຂ່າວຮ່ວມກັບທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ.

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງໃຫ້ການຕ້ອນຮັບປະທານາທິບໍດີອາເມລິກາ Donald Trump
(ພາບ: TTXVN)
      ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ຊົມເຊີຍ ແລະ ຕີລາຄາສູງ ການຢ້ຽມຢາມຫວຽດນາມ ຂອງປະທານາທິບໍດີ Donald Trump ແລະ ຖືວ່າ, ການຢ້ຽມຢາມ ແມ່ນມີຄວາມໝາຍສຳຄັນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນ 2 ຝ່າຍຫວຽດນາມ - ອາເມລິກາ ແລະ ເພື່ອຜົນສຳເລັດຂອງກອງປະຊຸມສຸດຍອດ APEC 2017 ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສະເໜີໃຫ້ 2 ຝ່າຍຈົ່ງສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ພົບປະແລກປ່ຽນຂັ້ນສູງ, ຍູ້ແຮງການຮ່ວມມືທາງດ້ານການສຶກສາ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ວິທະຍາດສາດ ເຕັກໂນໂລຊີ, ສົມທົບກັນໃນເວທີປາໄສຫຼາຍຝ່າຍ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເຊື່ອໝັ້ນວ່າ, ການພົນພັນລະຫວ່າງຫວຽດນາມ - ອາເມລິກາ ຈະສືບຕໍ່ພັດມະນາຢ່າງດີງາມ ໃນໄລຍະຈະມາເຖິງ.
        ສ່ວນທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ສະແດງຄວາມປະທັບໃຈຢ່າງເລິກເຊິ່ງ ກ່ຽວກັບປະເທດຊາດ, ປະຊາຊົນຫວຽດນາມ ແລະ ບັນດາຜົນງານທີ່ຫວຽດນາມ ຍາດມາໄດ້. ທ່ານໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຊາບ ກ່ຽວກັບໝາກຜົນບັນດາການເຈລະຈາ, ແລກປ່ຽນກັບທ່ານປະທາປະເທດ ເຈີ່ນດ້າຍກວາງ. ທ່ານຖືວ່າ, ລະດັບມູນຄ່າການສົ່ງອອກເກີນດຸ່ນໄປຍັງອາເມລິກາ ຂອງຫວຽດນາມ ແມ່ນຫຼັກຖານສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ບັນລຸປະສິດທິຜົນກວ່າເກົ່າໃນການຮ່ວມມື 2 ຝ່າຍ ໃນໄລຍະທີ່ຜ່ານມາ ແລະ ສະແດງຄວາມຫວັງ ຢາກໃຫ້ຫວຽດນາມ ເພີ່ມທະວີການນຳເຂົ້າບັນດາປະເພດສິນຄ້າ ທີ່ອາເມລິກາ ມີທ່າດີ ແລະ ທ່າແຮງບົ່ມຊ້ອນ ເພື່ອກ້າວໄປເຖິງການດຸ່ນດ່ຽງທາງດ້ານການຄ້າກວ່າເກົ່າ, ພ້ອມທັງຍູ້ແຮງການຮ່ວມມືໃນຂົງເຂດຕ່າງໆ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top