• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມແລະເຮັດວຽກຢູ່ແຂວງບັກກ້ານ

      ໃນວັນທີ 6 ແລະ 7 ກໍລະກົດ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ລົງ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງ ບັກກ້ານ, ກວດກາສະພາບການປະຕິບັດຫນ້າທີ່ ເສດຖະກິດ ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງຢູ່ບໍລິເວນແຂວງ.

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງເຮັດວຽກກັບການນຳແຂວງບັກກ້ານ
      ເມື່ອເຮັດວຽກກັບພະນັກງານຫລັກແຫລ່ງຂອງແຂວງໃນຕອນບ່າຍວັນທີ 7 ກໍລະກົດ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ແບ່ງເບົາຄວາມຫຍຸ້ງຍາກ, ຂໍ້ຈຳກັດຂອງ ແຂວງ ບັກກ້ານ ຍ້ອນເງື່ອນໄຂທຳມະຊາດ, ແລະ ຊີ້ແຈ້ງບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຂວງ, ພິເສດແມ່ນ ກະສິກຳ, ປ່າໄມ້, ການທ່ອງທ່ຽວ. ທ່ານເລຂາທິການໃຫຍ່ ປາດຖະຫນາຢາກໃຫ້ປະຊາຊົນບັນດາເຜົ່າຢູ່ບໍລິເວນແຂວງ ຍາມໃດກໍ່ສາມັກຄີ, ສູ້ຊົນບຶນຕົວຂຶ້ນ, ຫລຸດພົ້ນອອກຈາກສະພາບແມ່ນແຂວງທຸກຍາກ ແລະ ສ້າງຄວາມຮັ່ງມີ, ກໍ່ສ້າງແຂວງ ບັກກ້ານ ໃຫ້ນັບມື້ນັບສີວິໄລ, ທັນສະໄຫມ, ສາມັກຄີ, ໄມຕິຈິດ.
(ແຫຼ່ງຄັດຈາກ VOV)

ວິ​ທະ​ຍາ​ຄານ​ເຕັກ​ນິກ​ການ​ທະ​ຫານ ຕ້ອງ​ສວມ​ບົດ​ບາດ​ນຳ​ພາ​ໃນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ເຕັກ​ນິກ​ການ​ທະ​ຫານ

ວິ​ທະ​ຍາ​ຄານ​ເຕັກ​ນິກ​ການ​ທະ​ຫານ ຕ້ອງ​ສວມ​ບົດ​ບາດ​ນຳ​ພາ​ໃນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ເຕັກ​ນິກ​ການ​ທະ​ຫານ

ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ວິທະຍາຄານເຕັກນິກການທະຫານສຸມໃສ່ປະຕິບັດ 5 ທິດທາງສຳຄັນທີ່ໄດ້ກຳນົດ, ໃນນັ້ນ ຕ້ອງເຊື່ອມຊຶມຢ່າງເລິກເຊິ່ງ, ກຳແໜ້ນທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ; ບັນດາທິດທາງຍຸດທະສາດໃນການສ້າງກອງທັບໃນໄລຍະຈະມາເຖິງ.

Top