• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເຈິ່ນ​ແທັງ​ເໝິນປະ​ທານສະ​ພາ​ແຫ່ງ​ຊາດ ເຂົ້າ​ຮ່ວມ​ພິ​ທີ​ເລີ່ມ​ລົງ​ມື​ກໍ່​ສ້າງ​ໂຄງ​ການພື້ນ​ທີ່ທັງ​ສອງ​ຟາກ​ເສັ້ນ​ທາງຫຼວງ 1A

ທ່ານ ຫວູ​ດ້າຍ​ຖັງ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ເນັ້ນ​ໜັກ​ວ່າ ທາງ​ນະ​ຄອ​ນ​ຕັ້ງ​ຄວາມ​ຫວັງ​ວ່າ ໂຄງ​ການນີ້​ຈະ​ກາຍ​ເປັນ​ກຳ​ລັງ​ໜູນ​ທີ່​ສຳ​ຄັນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເຂດ​ທິດ​ໃຕ້ ຮ່າ​ໂນ້ຍ; ສ້າງ​ບັນ​ດາ​ຂົ້ວ​ເຕີບ​ໂຕ​ໃໝ່; ສ້າງ​ກຳ​ລັງ​ບົ່ມ​ຊ້ອນ​ພັດ​ທະ​ນາ​ການ​ບໍ​ລິ​ການ, ການ​ຄ້າ, logistics ແລະ ຍົກ​ສູງ​ຄຸນ​ນະ​ພາບ​ພື້ນ​ທີ່​​ຕົວ​ເມືອງ.
  ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​, ທ່ານ ຫວູ​ດ້າຍ​ຖັງ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ. ພາບ: Phương Linh  

ຕອນ​ເຊົ້າ​ວັນ​ທີ 19 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເລີ່ມ​ລົງ​ມື​ກໍ່​ສ້າງ​ໂຄງ​ການພື້ນ​ທີ່​ທັງ​ສອງ​ຟາກ​ເສັ້ນ​ທາງຫຼວງ 1A ​ພ້ອມ​ກັບ​ການ​ສ້ອມ​ແປງ ແລະ ສ້າງ​ຕົວ​ເມືອງ​ຄືນ​ໃໝ່ - ຕອນ​ແຕ່​ເສັ້ນ​ທາງ​ອ້ອມ​ຮອບ​ຕົວ​ເມືອງ​ເລກ 1 ຮອດ​ຈຸດ​ຕັດກັນ ເກົ່າ​ແຢ. ເມື່ອ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​, ທ່ານ ຫວູ​ດ້າຍ​ຖັງ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ເນັ້ນ​ໜັກ​ວ່າ ທາງ​ນະ​ຄອ​ນ​ຕັ້ງ​ຄວາມ​ຫວັງ​ວ່າ ໂຄງ​ການນີ້​ຈະ​ກາຍ​ເປັນ​ກຳ​ລັງ​ໜູນ​ທີ່​ສຳ​ຄັນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເຂດ​ທິດ​ໃຕ້ ຮ່າ​ໂນ້ຍ; ສ້າງ​ບັນ​ດາ​ຂົ້ວ​ເຕີບ​ໂຕ​ໃໝ່; ສ້າງ​ກຳ​ລັງ​ບົ່ມ​ຊ້ອນ​ພັດ​ທະ​ນາ​ການ​ບໍ​ລິ​ການ, ການ​ຄ້າ, logistics ແລະ ຍົກ​ສູງ​ຄຸນ​ນະ​ພາບ​ພື້ນ​ທີ່​​ຕົວ​ເມືອງ.

“ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປະ​ຊາ​ຊົນ​ແມ່ນ​ພື້ນ​ຖານ​ສຳ​ຄັນ​ທີ່​ສຸດ​ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ພັດ​ທະ​ນາ​ທີ່​ມີຂອບ​ຂະ​ໜາດ​ໃຫຍ່​ໃຫ້​ສຳ​ເລັດ. ນະ​ຄອນ ຮ່າ​ໂນ້ຍ ຍາມ​ໃດ​ກໍ​ກຳ​ນົດ​ວ່າ ທຸກ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ ລ້ວນ​ແຕ່​ຕ້ອ​ງ​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ; ຮັບ​ປະ​ກັນ​ຄວາມ​ກົມ​ກ່ຽວ​ລະ​ຫວ່າງ​ຜົນ​ປະ​ໂຫຍດ​ຂອງ​ລັດ, ວິ​ສ​າ​ຫະ​ກິດ ແລະ ປະ​ຊາ​ຊົນ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ຮັບ​ຜິດ​ຊອບ, ຄວາ​ມ​ຄາດ​ຫວັງ​ພັດ​ທະ​ນາ​ນະ​ຄອນຫຼວງ ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປະ​ຊາ​ຊົນ, ໂຄງ​ການ​ນີ້​ຈະ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ສະ​ດວກ, ມີ​ປະ​ສິດ​ທິ​ຜົນ ແລະ ຖືກ​ຕ້ອງ​ຕາມ​ຄວາມ​ຄືບ​ໜ້າ”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ ອິດ​ສະ​ຣາ​ແອັນ, ມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ ອິດ​ສະ​ຣາ​ແອັນ, ມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ວັນ​ທີ 18 ພຶດ​ສະ​ພາ, ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີທີ່ Jerusalem, ທ່ານ ຫງວຽນ​ກີ່​ເຊີນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິດ​ສະ​ຣາ​ແອັນ ໄດ້​ຍື່ນ​ສານ​ຕາ​ຕັ້ງ​ຕໍ່ທ່ານ Isaac Herzog ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສ​ະ​ຣາ​ແອັນ, ເລີ່ມ​​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ຢູ່ ລັດ ອິດ​ສະ​ຣາ​ແອັນ ຢ່າງ​ເປັນ​ທາງ​ການ.

Top