• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເຈິ່ນແທັງເໝີນ, ຫງວຽນຄັກດິ້ງ, ຫງວຽນດຶກຫ໋າຍ ໄດ້ຮັບການເລືອກຕັ້ງເປັນຮອງປະທານສະພາແຫ່ງຊາດ

      ພາຍຫຼັງປຶກສາຫາລືຢູ່ ຄະນະ, ຮັບຮອງເອົາບັນຊີລາຍຊື່, ບັນດາສະມາຊິກໄດ້ປ່ອນບັດລັບເລືອກຕັ້ງ ຮອງປະທານສະພາແຫ່ງຊາດ.
ທ່ານເຈິ່ນແທັງເໝີນ, ຫງວຽນຄັກດິ້ງ, ຫງວຽນດຶກຫ໋າຍ ໄດ້ຮັບການເລືອກຕັ້ງເປັນຮອງ
ປະທານສະພາແຫ່ງຊາດ (ພາບ:
Quochoi.vn)
      ໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 1 ເມສາ, ສະພາແຫ່ງຊາດສືບຕໍ່ປະຕິບັດການເລືອກຕັ້ງບຸກຄະລາກອນຮອງປະທານສະພາແຫ່ງຊາດ ແທນທ່ານນາງຕ່ອງທິຟ້ອງ, ທ່ານອວງຈູລິວ ແລະ ທ່ານ ຟຸ່ງກ໊ວກຫ໋ຽນ, ຊຶ່ງແມ່ນຜູ້ໄດ້ສະພາແຫ່ງຊາດໄດ້ປະຕິບັດຂັ້ນຕອນພົ້ນອອກຈາກຕຳແໜ່ງ. ພາຍຫຼັງປຶກສາຫາລືຢູ່ ຄະນະ, ຮັບຮອງເອົາບັນຊີລາຍຊື່, ບັນດາສະມາຊິກໄດ້ປ່ອນບັດລັບເລືອກຕັ້ງ ຮອງປະທານສະພາແຫ່ງຊາດ.
        ໝາກຜົນຂອງການນັບບັດໄດ້ປະກາດໃຫ້ເຫັນວ່າ ທ່ານ ເຈິ່ນແທັງເໝີນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ທ່ານ ຫງວຽນຄັກດິ້ງ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ ແຂວງແຄ໊ງຮ່ວາ, ທ່ານ ຫງວຽນດຶກຫ໋າຍ, ກຳມະການສູນກາງພັກ, ຫົວໜ້າກຳມາທິການການເງິນ - ງົບປະມານແຫ່ງສະພາແຫ່ງຊາດ ໄດ້ຮັບຄວາມເລືອກຕັ້ງດຳລົງຕຳແໜ່ງເປັນຮອງປະທານສະພາແຫ່ງຊາດ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ນຳ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ສອງ​ຊາດ ຫວຽດ​ນາມ ແລະ ລາວ ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ນຳ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ສອງ​ຊາດ ຫວຽດ​ນາມ ແລະ ລາວ ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ

ຕອນຄ່ຳວັນທີ 26 ມັງກອນ, ຢູ່ຮ່າໂນ້ຍ, ທ່ານໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເປັນປະທານງານລ້ຽງຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ.ລາວ ແລະ ພັນລະຍາ ຢ່າງສົມກຽດ ເນື່ອງໃນໂອກາດພວມຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ.

Top