• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງປະທານສະພາແຫ່ງຊາດຫວຽດນາມໂດ໊ບ໊າຕິໃຫ້ການຕ້ອນຮັບຄະນະຜູ້ແທນສະຖາບັນຄົ້ນຄ້ວາກົດໝາຍສະພາແຫ່ງຊາດລາວ

ໃນເວລາທີ່ຈະມາເຖິງສະພາແຫ່ງຊາດສອງປະເທດຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນຂົງເຂດສ້າງກົດໝາຍກໍ່ຄືປະຕິບັດພາລະບົດບາດໃນການຕິດຕາມກວດກາແລະ ຕັດສິນບັນດາບັນຫາສຳຄັນຕ່າງຂອງປະເທດຊາດ.

ທ່ານຮອງປະທານສະພາແຫ່ງຊາດ   ໂດ໊ບ໊າຕິ   ຕ້ອນຮັບທ່ານຫົວໜ້າສະຖາບັນ ຄຳເຜີຍ ປານມາໄລທອງ (ພາບ: quochoi.vn)

ຕອນບ່າຍວັນທີ 4 ກໍລະກົດ, ທີ່ຫໍສະພາແຫ່ງຊາດຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດໂດ໊ບ໊າຕິໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຖາບັນຄົ້ນຄ້ວາກົດໝາຍສະພາແຫ່ງຊາດລາວໂດຍທ່ານຫົວໜ້າສະຖາບັນ ຄຳເຜີຍປານມາໄລທອງເປັນຫົວໜ້າຄະນະ, ທີ່ກຳລັງຢ້ຽມຢາມແລະເຮັດວຽກຢູ່ຫວຽດນາມ. ທີ່ພິທີຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ເໜັ້ນໜັກວ່າ: ໃນຊຸມເດືອນຕົ້ນປີ 2019, ສອງປະເທດໄດ້ມີການພົບປະຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຫຼາຍຄະນະ, ພິເສດແມ່ນການພົບປະຢ້ຽມຢາມໄມຕີຈິດມິດຕະພາບຢ່າງເປັນທາງການຂອງທ່ານເລຂາທິການໃຫ່ຍ, ປະທານປະເທດແຫ່ງສສຫວຽດນາມຫງວຽນຝູ໊ຈ້ອງໃນເດືອນກຸມພາ 2019. ທ່ານນາງປະທານສະພາແຫ່ງຊາດລາວປານີຢາທໍ່ຕູ້ກໍ່ໄດ້ມາຢ້ຽມຢາມແລະເຮັດວຽກຢູ່ຫວຽດນາມໃນຕົ້ນເດືອນມີນາ 2019. ສະພາແຫ່ງຊາດຂອງສອງປະເທດໄດ້ຈັດຕັ້ງກອງປະຊຸມສຳມະນາແລກປ່ຽນລົງເລິກກ່ຽວກັບ ບົດຮຽນໃນການເຄື່ອນໄຫວຂອງອຳນາດການປົກຄອງທ້ອງຖິ່ນ, ໂດຍສະເພາະແມ່ນຢູ່ໃນຂົງເຂດການຄຸ້ມຄອງທີ່ດິນ, ດຶງດູດແຫຼ່ງເງິນລົງທຶນ, ຄຸ້ມຄອງງົບປະມານລັດ ຢູ່ຂັ້ນທ້ອງຖິ່ນ, ຄຸ້ມຄອງການພັດທະນາການທ່ອງທ່ຽວ…. ຢູ່ນະຄອນຫຼວງຮ່າໂນ້ຍແລະເລິມດົ່ງ. ທ່ານຮອງປະທານສະພາແຫ່ງຊາດໂດ໊ບ໊າຕິມີຄວາມປາດຖະໜາວ່າໃນເວລາທີ່ຈະມາເຖິງສະພາແຫ່ງຊາດສອງປະເທດຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນຂົງເຂດສ້າງກົດໝາຍກໍ່ຄືປະຕິບັດພາລະບົດບາດໃນການຕິດຕາມກວດກາແລະ ຕັດສິນບັນດາບັນຫາສຳຄັນຕ່າງຂອງປະເທດຊາດ.

ທ່ານຫົວໜ້າສະຖາບັນຄຳເຜີຍປານມາໄລທອງ ປາດຖະໜາຢາກສືບຕໍ່ໄດ້ຮັບການຊ່ວຍເຫຼືອ, ແບ່ງປັນຂອງຝ່າຍຫວຽດນາມກ່ຽວກັບການບຳລຸງສ້າງທັກສະໃຫ້ແກ່ສະມາຊິກສະພາແຫ່ງຊາດ; ຢັ້ງຢືນວ່າດ້ວຍຕຳແໜ່ງໜ້າທີ່ວຽກງານຂອງຕົນຈະມານະພະຍາຍາມຜັນຂະຫຍາຍບັນດາການເຄື່ອນໄຫວຢ່າງແທດຈິງ, ມີຄວາມໝາຍ, ປະກອບສ່ວນຍົກການພົວພັນລະຫວ່າງສະພາແຫ່ງຊາດແລະບັນດາສຳນັກງານອົງການວິຊາສະເພາະຂອງສອງສະພາແຫ່ງຊາດໃຫ້ສູງກວ່າອີກ, ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດລາວ-ຫວຽດນາມໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ.

ໃນວັນດຽວກັນ, ທ່ານເລຮ໋າຍເຢືອງຮອງຫົວໜ້າສະຖາບັນຄົ້ນຄ້ວານິຕິກຳຂຶ້ນກັບຄະນະປະຈຳສະພາແຫ່ງຊາດກໍ່ໄດ້ເປັນປະທານການພົບປະເຈລະຈາກັບຄະນະປະຕິບັດງານສະຖາບັນຄົ້ນຄ້ວານິຕິກຳສະພາແຫ່ງຊາດລາວເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top