• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ມອບຂອງຂວັນບຸນປີໃໝ່ໃຫ້ຄອບຄົວນະໂຍບາຍຢູ່ ອານຢາງ

ພັກ, ລັດ, ປະຊາຊົນ ຍາມໃດກໍ່ຈົດຈຳບຸນຄຸນ, ການເສຍສະຫຼະຢ່າງໃຫຍ່ຫຼວງຂອງບັນດາຄອບຄົວນະໂຍບາຍ, ຄອບຄົວມີຄຸນງາມຄວາມດີໃນການຕໍ່ສູ້ກູ້ຊາດຄັ້ງຕ່າງໆ ແລະ ໃນພາລະກິດພັດທະນາປະເທດຊາດ.
ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ  ເຈິ່ນແທັງເໝີ້ນ ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍໃນບໍລິເວນນະຄອນ ລອງຊວຽນ. (ພາບ: daibieunhandan.vn)

ຕອນເຊົ້າວັນທີ 29 ທັນວາ, ໃນການໄປປະຕິບັດງານຢູ່ແຂວງ ອານຢາງ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍໃນບໍລິເວນນະຄອນ ລອງຊວຽນ.

        ທີ່ການພົບປະ, ທ່ານ ເຈິ່ນແທັງເໝີ້ນ ຢືນຢັນວ່າ, ພັກ, ລັດ, ປະຊາຊົນ ຍາມໃດກໍ່ຈົດຈຳບຸນຄຸນ, ການເສຍສະຫຼະຢ່າງໃຫຍ່ຫຼວງຂອງບັນດາຄອບຄົວນະໂຍບາຍ, ຄອບຄົວມີຄຸນງາມຄວາມດີໃນການຕໍ່ສູ້ກູ້ຊາດຄັ້ງຕ່າງໆ ແລະ ໃນພາລະກິດພັດທະນາປະເທດຊາດ. ພ້ອມທັງສະເໜີໃຫ້ແຂວງ ອານຢາງ ກະກຽມເງື່ອນໄຂທີ່ດີເພື່ອຮັບໃຊ້ປະຊາຊົນຕ້ອນຮັບບຸນປີໃໝ່ຢ່າງປອດໄພ, ປະຢັດ; ຜັນຂະຫຍາຍວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ແຜນການຟື້ນຟູ ແລະ ພັດທະນາເສດຖະກິດ- ສັງຄົມຢ່າງມີປະສິດທິຜົນ.

        ພ້ອມກັນນັ້ນ, ແຂວງ ອານຢາງ ຕ້ອງສືບຕໍ່ລະດົມທຸກແຫຼ່ງກຳລັງເພື່ອເບິ່ງແຍງດູແລໃຫ້ແກ່ປະຊາຊົນ; ປະຕິບັດວຽກງານຮັບປະກັນຊີວິດສັງຄົມ, ຫຼຸດຜ່ອນຄວາມທຸກຍາກ, ໂດຍສະເພາະແມ່ນສຳລັບພໍ່ແມ່ປະຊາຊົນເຂດພູດອຍ, ເຂດຊາຍແດນ, ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດປະສົບກັບຄວາມຫຍຸ້ງຍາກພິເສດ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top