• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເລມິນຄາຍ ພົບປະ, ແລກປ່ຽນກັບວົງການເຈົ້າໜ້າທີ່ ແລະ ວິສາຫະກິດໃຫຍ່ຂອງ ອາເມລິກາ

ຫວຽດນາມ ປາດຖະໜາຢາກຮ່ວມມືກັບ ອາເມລິກາ ເພື່ອປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດຂອງ ຫວຽດນາມ ໃນຂອບເຂດການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ.
ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ພົບປະກັບທ່ານ John Podesta, ທີ່ປຶກສາຂັ້ນສູງກ່ຽວກັບນະໂຍບາຍການປ່ຽນແປງຂອງດິນຟ້າອາກາດສາກົນ (ພາບ: TTXVN)

ວັນທີ 04 ເມສາ, ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ, ປະເທດ ອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄາຍ ໄດ້ພົບປະ, ເຮັດວຽກກັບວົງການເຈົ້າໜ້າທີ່ ແລະ ວິສາຫະກິດໃຫຍ່ຈຳນວນໜຶ່ງຂອງ ອາເມລິກາ.

ທີ່ການພົບປະກັບທ່ານ John Podesta, ທີ່ປຶກສາຂັ້ນສູງກ່ຽວກັບນະໂຍບາຍການປ່ຽນແປງຂອງດິນຟ້າອາກາດສາກົນ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ຢືນຢັນວ່າ, ຫວຽດນາມ ປາດຖະໜາຢາກຮ່ວມມືກັບ ອາເມລິກາ ເພື່ອປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດຂອງ ຫວຽດນາມ ໃນຂອບເຂດການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ (JETP) ກໍຄືເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງ 0 ໃນປີ 2050. ສ່ວນທ່ານ John Podesta ໃຫ້ຮູ້ວ່າ, ອາເມລິກາ ຈະສືບຕໍ່ເພີ່ມທະວີການໜູນຊ່ວຍ ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພິເສດແມ່ນການພັດທະນາພະລັງງານສະອາດ, ຖ່າຍທອດເຕັກໂນໂຊລີພະລັງງານທົດແທນ.

ທີ່ການໂອ້ລົມສົນທະນາກັບຜູ້ຕ່າງໜ້າວິສາຫະກິດແຖວໜ້າຂອງ ອາເມລິກາ ເກືອບ 30 ແຫ່ງ, ທ່ານຮອງນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ ຈະສ້າງຄວາມສະດວກກວ່າໃຫ້ແກ່ບັນດາວິສາຫະກິດ ອາເມລິກາ ທີ່ລົງທຶນຢູ່ ຫວຽດນາມ. ໃນຂະນະນັ້ນ, ທ່ານ Ted Osius, ປະທານສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ໃຫ້ຮູ້ວ່າ, ບັນດາວິສາຫະກິດ ອາເມລິກາ ຕີລາຄາສູງການບໍລິຫານຂອງລັດຖະບານ ຫວຽດນາມ ແລະ ປາດຖະໜາວ່າ ລັດຖະບານ ຫວຽດນາມ ສືບຕໍ່ສ້າງສະພາບແວດລ້ອມ, ນະໂຍບາຍ, ລະບອບລະບຽບການສະດວກກວ່າ ເພື່ອໃຫ້ນັບມື້ນັບມີວິສາຫະກິດ ອາເມລິກາ ຫຼາຍແຫ່ງມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດເຕັກໂນໂລຊີ, ພະລັງງານທົດແທນ, ສາທາລະນະສຸກ.

 ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ໄດ້ຕ້ອນຮັບທ່ານປະທານ ແລະ ການນຳວິສາຫະກິດ ອາເມລິກາ ຈຳນວນໜຶ່ງ, ຄື: Intel, Dell, Apple ແລະ Boeing.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top