• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ຕ້ອນຮັບອະດີດນາຍົກລັດຖະມົນຕີ ອັງກິດ, ປະທານສະຖາບັນ TBI

ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ໄດ້ແບ່ງປັນກັບທ່ານອະດີດນາຍົກລັດຖະມົນຕີ Tony Blair ຂໍ້ມູນຂ່າວຈຳນວນໜຶ່ງກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ຕ້ອນຮັບທ່ານອະດີດນາຍົກລັດຖະມົນຕີ ອັງກິດ, ປະທານບໍລິຫານສະຖາບັນ Tony Blair (ພາບ: TTXVN)

ຕອນບ່າຍວັນທີ 16 ເມສາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄາຍ, ພົບກັບທ່ານອະດີດນາຍົກລັດຖະມົນຕີ ອັງກິດ, ປະທານບໍລິຫານສະຖາບັນ Tony Blair ເພື່ອກ່ານປ່ຽນແປງທົ່ວໂລກ (TBI).

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ໄດ້ແບ່ງປັນກັບທ່ານອະດີດນາຍົກລັດຖະມົນຕີ Tony Blair ຂໍ້ມູນຂ່າວຈຳນວນໜຶ່ງກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນປີ 2023 ແລະ ໄຕມາດທີ 1 ປີ 2024; ທ່ານເນັ້ນໜັກວ່າ, ໃນສະພາບເສດຖະກິດ, ການເມືອງທົ່ວໂລກມີການຜັນແປສັບສົນທີ່ສຸດ, ຍາກທີ່ຈະຄາດຄະເນໄດ້, ເສດຖະກິດຂອງ ຫວຽດນາມ ຍັງບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ.

ສ່ວນທ່ານ Tony Blair, ສະແດງຄວາມປະທັບໃຈຕໍ່ການເຕີບໂຕ ແລະ ການປ່ຽນແປງໃໝ່ຢ່າງແຮງຂອງ ຫວຽດນາມ, ພ້ອມທັງແບ່ງປັນຂໍ້ມູນຈຳນວນໜຶ່ງ ແລະ ສະເໜີແນະແນວຄິດກ່ຽວກັບການດຶງດູດການລົງທຶນ, ການເງິນ; ພັດທະນາອຸດສາຫະກຳເຄິ່ງຊັກນຳໄຟຟ້າ; ນຳໃຊ້ປັນຍາປະດິດ; ກໍຄືການພັດທະນາຂອງ ຫວຽດນາມ ໃນໄລຍະຈະມາເຖິງ. ທ່ານກໍ່ຢືນຢັນວ່າ, ຈະຮ່ວມເດີນທາງກັບ ຫວຽດນາມ ໃນໄລຍະຈະມາເຖິງ, ຢູ່ທັງ 3 ຂົງເຂດ: ການເງິນ, ພະລັງງານ, ເຕັກໂນໂລຊີ.

(ແຫຼ່ງຄັດຈາກ VOV)

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ ກຸຍ​ເຍີນ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ການ​ຫັນ​ປ່ຽນ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ ກຸຍ​ເຍີນ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ການ​ຫັນ​ປ່ຽນ

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ໂຮ່ກວັກ​ຢຸງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ຕ້ອງ​ປະ​ຕິ​ບັດ​ທັງ​ເປົ້າ​ໝາຍການ​ຂະ​ຫຍາຍ​ຕົວ​ເສດ​ຖະ​ກິດ​ບັນ​ລຸ​ສອງ​ຕົວ​ເລກ ແລະ ປ່ອຍ​ອາຍ​ພິດ​ລົງ​ເປັນ 0 ໃນ​ປີ 2050.

Top