ຂ່າວສານ
ທ່ານຮອງນາຍົກລັດຖະມົນຕີ ເຈ່ິນລຶວກວາງ ຕ້ອນຮັບບັນດາຄະນະຜູ້ແທນສາກົນມາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ
ຕອນບ່າຍວັນທີ 25 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ສິງກະໂປ Gan Kim Yong, ມາ ຫວຽດນາມ ເຂົ້າຮ່ວມງານສົບລະດັບຊາດທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ຂໍຂອບໃຈບັນດາການນຳ ສິງກະໂປ ທີ່ໄດ້ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ແຕ່ງຕັ້ງຄະນະຜູ້ແທນມາ ຫວຽດນາມ ເຂົ້າຮ່ວມພິທີໄວ້ອາໄລ.
ຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ຕ້ອນຮັບທູດພິເສດຂອງລັດຖະບານ ນິວຊີແລນ, Donald McKinnon, ມາ ຫວຽດນາມ ເຂົ້າຮ່ວມງານສົບລະດັບຊາດທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ໂດຍຝາກຜ່ານທ່ານທູດພິເສດ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ສົ່ງຄຳຂໍຂອບໃຈເຖິງທ່ານນາຍົກລັດຖະມົນຕີ Christopher Luxon ແລະ ທ່ານຜູ້ມີອຳນາດເຕັມນາງ Cindy Kiro, ກໍຄືປະຊາຊົນ ນິວຊີແລນ ທີ່ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.