• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ຈີ້ງດິງຢຸງ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ຫາຍຟ່ອງ

 ການຜັນຂະຫຍາຍທ່າກໍາປັ່ນສາກົນຢູ່ ແລກຮວ້ຽນມີຄວາມໝາຍສໍາຄັນຍິ່ງ ແນໃສ່ເສີມຂະຫຍາຍທ່າໄດ້ປຽບ, ທີ່ຕັ້ງທາງພູມສາດ ເພື່ອຫັນເປັນທັນສະໄໝ, ຍົກສູງກໍາລັງແກ່ງແຍ່ງຂອງພື້ນຖານເສດຖະກິດ, ພັດທະນາທ່າກໍາປັ່ນທະເລຕິດພັນກັບໜ້າທີ່ຮັບປະກັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

ທ່ານຮອງນາຍົກລັດຖະມົນຕີຫວຽດນາມຈີ້ງດິງຢຸງ  (ພາບ: VGP)

ຕອນເຊົ້າວັນທີ 02 ມີນາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມຈີ້ງດິງຢຸງ ນໍາໜ້າຄະນະປະຕິບັດງານຂອງລັດຖະບານລົງຢ້ຽມຢາມ ແລະ ເຮັດວຽກຢູ່ຫາຍຟ່ອງ. ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມຈີ້ງດິງຢຸງ ແລະ ຄະນະປະຕິບັດງານໄດ້ໄປກວດກາສະພາບການຜັນຂະຫຍາຍການປະຕິບັດໂຄງການທ່າກໍາປັ່ນ ແລກຮ້ວຽນ ແລະ ສະພາບການລົງທຶນໂຄງການໂຮງງານຜະລິດລົດໂອໂຕVinFast. ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າ ການຜັນຂະຫຍາຍທ່າກໍາປັ່ນສາກົນຢູ່ ແລກຮວ້ຽນມີຄວາມໝາຍສໍາຄັນຍິ່ງ ແນໃສ່ເສີມຂະຫຍາຍທ່າໄດ້ປຽບ, ທີ່ຕັ້ງທາງພູມສາດ ເພື່ອຫັນເປັນທັນສະໄໝ, ຍົກສູງກໍາລັງແກ່ງແຍ່ງຂອງພື້ນຖານເສດຖະກິດ, ພັດທະນາທ່າກໍາປັ່ນທະເລຕິດພັນກັບໜ້າທີ່ຮັບປະກັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມຈີ້ງດິງຢຸງ ຮຽກຮ້ອງເຈົ້າຂອງການລົງທຶນ, ບັນດາຜູ້ຮັບເໝົາຕ້ອງມານະພະຍາຍາມເພື່ອຮັບປະກັນໃຫ້ຖືກກັບຄວາມຄືບໜ້າການກໍ່ສ້າງ, ຮັບປະກັນຄວາມປອດໄພໃນໄລຍະດໍາເນີນການກໍ່ສ້າງຢ່າງສຸດຂີດ.

ຫຼັ້ງຈາກນັ້ນ,ທ່ານຮອງນາຍົກລັດຖະມົນຕີຫວຽດນາມຈີ້ງດິງຢຸງເປັນປະທານການເຮັດວຽກກັບການນໍາຫຼັກແຫຼ່ງຂອງນະຄອນຫາຍຟ່ອງກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ.

(ແຫຼ່ງຄັດຈາກ VOV)


ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຕອນບ່າຍວັນທີ 1 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງ ຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.

Top