
ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ພົບປະກັບ ທ່ານປະທານາທິບໍດີ ບຣາຊີນ Michel Temer,
ຄື: ລັດຖະມົນຕີການຕ່າງປະເທດ, ລັດຖະມົນຕີກະຊວງອຸດສາຫະກຳການຄ້າ ແລະ ການບໍລິການ, ລັດຖະມົນຕີກະຊວງກະສິກຳ ລ້ຽງສັດ ແລະ ສະຫນອງ ຂອງບຣາຊີນ ແລະ ເປັນສັກຂິພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງສອງປະເທດ.
ເມື່ອພົບປະກັບປະທານາທິບໍດີ ບຣາຊີນ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ຢືນຢັນ: ຫວຽດນາມ ຕີລາຄາສູງບົດບາດ, ທີ່ຕັ້ງຂອງ ບຣາຊີນ ໃນເວທີສາກົນ, ຖືເປັນສຳຄັນການພົວພັນກັບ ບຣາຊີນ. ທ່ານປະທານາທິບໍດີ ບຣາຊີນ Michel Temer ຢືນຢັນ: ບຣາຊີນ ຖືເປັນສຳຄັນທີ່ຕັ້ງບົດບາດຂອງຫວຽດນາມ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມ ບຣາຊີນ ຂອງທ່ານຮອງນາຍກລັດຖະມົນຕີ ເວືອງດີງເຫ້ວ ໃນການປັບປຸງ ແລະ ເປີດກວ້າງການພົວພັນມິດຕະພາບ ແລະ ການຮ່ວມມືຫລາຍດ້ານຂອງ ບຣາຊີນ ກັບຫວຽດນາມ ກວ່າອີກ.
ທີ່ການພົບປະກັບລັດຖະມົນຕີການຕ່າງປະເທດ ບຣາຊີນ Aloysio Nunes Ferreira, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ຢືນຢັນ: ຫວຽດນາມ ຖືເປັນສຳຄັນການພົວພັນກັບ ບຣາຊີນ ເວົ້າສະເພາະ ແລະ ຜ່ານການພົວພັນນີ້ ຈະຊຸກຍູ້ການຮ່ວມມືກັບກຸ່ມຕະຫລາດລວມ ອາເມລິກາໃຕ້.
ເມື່ອພົບປະກັບທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ແລະ ບໍລິການ ບຣາຊີນ, Marcos Jorge, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ສະເຫນີ ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ຈັດຕັ້ງການເຄື່ອນໄຫວສົ່ງເສີມດ້ານການຄ້າ, ການລົງທຶນ, ການຮ່ວມມື. ທ່ານລັດຖະມົນຕີ Marcos Jorge ສະເຫນີ ສອງຝ່າຍດຳເນີນການລົງນາມໃນສັນຍາອາລັກຂາການລົງທຶນໂດຍໄວ, ເຫັນດີຊຸກຍູ້ບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ຈະສະເຫນີລັດຖະບານ ບຣາຊີນ ພິຈາລະນາຮັບຮອງຂໍ້ກຳນົດເສດຖະກິດການຕະຫລາດຂອງຫວຽດນາມໃນປີ 2018.
(ແຫຼ່ງຄັດຈາກ VOV)