• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ ຕ້ອນຮັບທ່ານປະທານສານປະຊາຊົນສູງສຸດລາວ ຄໍາພັນ ສິດທິດໍາພາ

ຕອນເຊົ້າວັນທີ 15 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ໄດ້ໃຫ້ການຕ້ອນຮັບທ່ານປະທານສານປະຊາຊົນສູງສຸດລາວ ຄໍາພັນ ສິດທິດໍາພາ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
 
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ຕ້ອນຮັບທ່ານປະທານສານປະຊາຊົນສູງສຸດລາວ ຄໍາພັນ ສິດທິດໍາພາ (ພາບ: TTXVN)

 ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ຕີລາຄາສູງສາຍພົວພັນຮ່ວມມືອັນສະໜິດສະໜົມ ແລະ ສະໜິດຕິດພັນລະຫວ່າງລະບົບສານປະຊາຊົນຫວຽດນາມ ແລະ ລະບົບສານປະຊາຊົນລາວ, ຢູ່ສານປະຊາຊົນສູງສຸດ ແລະ ສານປະຊາຊົນຂັ້ນແຂວງ ທີ່ໄດ້ຮັກສາການພົວພັນແລກປ່ຽນຄະນະຜູ້ແທນເປັນປະຈໍາ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ສະໜັບສະໜູນສານປະຊາຊົນສອງຝ່າຍ ຮັກສາການຈັດຕັ້ງບັນດາຊຸດຝຶກອົບຮົມ, ບໍາລຸງສ້າງ, ແບ່ງປັນບົດຮຽນ ເພື່ອຍົກສູງກໍາລັງຄວາມສາມາດໃຫ້ແກ່ພະນັກງານຂອງແຕ່ລະຝ່າຍ, ປະຕິບັດໜ້າທີີ່ສໍາຄັນຂອງຕົນໃຫ້ເປັນຢ່າງດີ.

        ທ່ານ ຄໍາພັນ ສິດທິດໍາພາ ປະທານສານປະຊາຊົນສູງສຸດລາວ ຍັງໄດ້ແຈ້ງໃຫ້ຮັບຊາບກ່ຽວກັບບັນດາໝາກຜົນການຮ່ວມມືຂອງສານປະຊາຊົນສອງຝ່າຍ ແລະ ການເຄື່ອນໄຫວຂອງຄະນະໃນການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຄັ້ງນີ້. ທ່ານ ຄໍາພັນ ສິດທິດໍາພາ ກໍປາດຖະໜາວ່າ ລັດຖະບານຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ສານສອງປະເທດຈັດສົ່ງຄະນະຜູ້ແທນມາຢ້ຽມຢາມ, ເຮັດວຽກ ແລະ ລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ແລະ ສົມທົບກັນດໍາເນີນການພົບປະແລກປ່ຽນເຊິ່ງກັນແລະກັນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top