• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​​ປ້ອງ​ກັນ​​ຄວາມ​ປະ​ຫງົບລາວ

ທ່ານລັດຖະມົນຕີ ໂຕເລິມ ກໍ່ສະເໜີໃຫ້ກຳລັງປ້ອງກັນຄວາມສະຫງົບສອງປະເທດ ຮັກສາການພົວພັນ, ສືບຕໍ່ເອົາໃຈໃສ່ເຖິງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ຜົນປະໂຫຍດຂອງວິສາຫະກິດ, ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ.
  ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ແລະ ທ່ານ ພົນໂທ ກົງທອງ ພົງວິຈິດ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ  
ຕອນບ່າຍວັນທີ 17 ມີນາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ ພົນໂທ ກົງທອງ ພົງວິຈິດ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເນັ້ນໜັກວ່າ: ກະຊວງຕຳຫຼວດ ຫວຽດນາມ ມີຄວາມຫວັງພ້ອມກັບກະຊວງປ້ອງກັນຄວາມສະຫງົບລາວ ຮັກສາຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ຮັກສາສະຖຽນລະພາບດ້ານການເມືອງ, ການພົວພັນກັບບັນດາປະເທດ, ບໍ່ປະໃຫ້ບັນດາກຳລັງຕ່າງປະເທດສວຍໃຊ້ປະເທດນີ້ກໍ່ຜົນເສຍຫາຍຕໍ່ຄວາມໝັ້ນຄົງ, ສະຖຽນລະພາບຂອງປະເທດນັ້ນ ແລະ ກໍ່ຄວາມແບ່ງແຍກການພົວພັນສອງປະເທດ, ທ່ານສະເໜີໃຫ້ ລາວ ແບ່ງປັນ ແລະ ສະໜັບສະໜູນ ຫວຽດນາມ ໃນການແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງຜົນປະໂຫຍດດ້ານຍຸດທະສາດ, ຢັ້ງຢືນວ່າ ກະຊວງຕຳຫຼວດ ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍລາວໃນການຮັບປະກັນຄວາມໝັ້ນຄົງຄວາມເປັນລະບຽບຮຽບຮ້ອຍ ໃນປີທີ່ລາວ ຮັບດຳລົງຕຳແໜ່ງເປັນປະທານອາຊຽນ 2024. ທ່ານລັດຖະມົນຕີ ໂຕເລິມ ກໍ່ສະເໜີໃຫ້ກຳລັງປ້ອງກັນຄວາມສະຫງົບສອງປະເທດ ຮັກສາການພົວພັນ, ສືບຕໍ່ເອົາໃຈໃສ່ເຖິງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ຜົນປະໂຫຍດຂອງວິສາຫະກິດ, ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ, ຊຸກຍູ້ການຮ່ວມມືໃນການໄຈ້ແຍກ, ຕີລາຄາສະພາບການ, ເປັນເສນາທິການຍຸດທະສາດເພື່ອແກ້ໄຂບັນດາຄວາມສ່ຽງ, ສິ່ງທ້າທາຍທີ່ນາບຂູ່ເຖິງຄວາມໝັ້ນຄົງ, ຜົນປະໂຫຍດລວມຂອງສອງປະເທດ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top