• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໂອ້ລົມສົນທະນາ ກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ Faisal Bin Farhan Al Saud

ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ Faisal Bin Farhan Al Saud (ໃນລະຫວ່າງວັນທີ 17 – 18 ມີນາ ປີ 2022), ຕອນບ່າຍວັນທີ 17 ມີນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ໂອ້ລົມສົນທະນາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ.
  ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໂອ້ລົມສົນທະນາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ (ພາບ: TTXVN)  

 ທີ່ການໂອ້ລົມສົນທະນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ Faisal Bin Farhan Al Saud ໄດ້ເຫັນດີເປັນເອກະພາບ ໂດຍຕີລາຄາວ່າ ການພົວພັນຮ່ວມມື ຫວຽດນາມ - ອາຣັບບິ ຊາອຸດິ ໃນໄລຍະຜ່ານມາ ມີການພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດທີ່ແຕກຕ່າງກັນ. ການພົວພັນດ້ານການເມືອງພັດທະນາດີງາມ ເຊິ່ງສະແດງໃຫ້ເຫັນຜ່ານການໂອ້ລົມທາງໂທລະສັບ, ການພົບປະໂດຍກົງ ລະຫວ່າງການນຳກະຊວງການຕ່າງປະເທດສອງປະເທດ, ສອງຝ່າຍຮັກສາການສົມທົບ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ອົງການຈັດຕັ້ງສາກົນ.

ສອງຝ່າຍໄດ້ເຫັນດີເປັນເອກະພາບນຳກັນວ່າຄວນສືບຕໍ່ຮັກສາ ແລະ ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນ ຢູ່ອົງການຈັດຕັ້ງສາກົນ, ໂດຍສະເພາະແມ່ນ ຢູ່ ສປຊ, ສອງຝ່າຍກໍ່ຢັ້ງຢືນການສະໜັບສະໜູນຕໍ່ລັດທິຫຼາຍຝ່າຍ, ແກ້ໄຂຄວາມບໍ່ລົງລອຍກັນບົນພື້ນຖານການເຈລະຈາ ແລະ ອີງໃສ່ກົດໝາຍສາກົນ. ລັດຖະມົນຕີສອງທ່ານກໍ່ເຫັນດີເປັນເອກະພາບຕໍ່ການຜັນຂະຫຍາຍກົນໄກຮ່ວມມືຄືຄະນະກຳມະການລະຫວ່າງລັດຖະບານ, ການປຶກສາຫາລືດ້ານການເມືອງລະຫວ່າງ 2 ກະຊວງການຕ່າງປະເທດ, ຊຸກຍູ້ການເຈລະຈາ ແລະ ລົງນາມສັນຍາວ່າດ້ວຍການສົ່ງເສີມ ແລະ ອາລັກຂາການລົງທຶນ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ...


(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top