• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້ ຢ້ຽມ​ຢາມ ໂຮງ​ໝໍ​ມິດ​ຕະ​ພາບ ຫວຽດ​ນາມ - ເຢຍ​ລະ​ມັນ

ວັນທີ 25 ກຸມພາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ລົງຢ້ຽມຢາມໂຮງໝໍມິດຕະພາບ ຫວຽດນາມ - ເຢຍລະມັນ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນແພດໝໍ ຫວຽດນາມ ຄົບຮອບ 67 ປີ (27/02/1955- 27/2/2022).

ວັນທີ 25 ກຸມພາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ລົງຢ້ຽມຢາມໂຮງໝໍມິດຕະພາບ ຫວຽດນາມ - ເຢຍລະມັນ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນແພດໝໍ ຫວຽດນາມ ຄົບຮອບ 67 ປີ (27/02/1955- 27/2/2022).

    

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ (ພາບ: TTXVN)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນລຸໄດ້ໃນໄລຍະຜ່ານມາຂອງຂະແໜງສາທາລະນະສຸກເວົ້າລວມ, ໂຮງໝໍ ຫວຽດນາມ - ເຢຍລະມັນ ເວົ້າສະເພາະ. ທ່ານກໍປາດຖະໜາວ່າ ລະບົບຄົ້ນຄວ້າວິທະຍາສາດ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຂະແໜງສາທາລະນະສຸກ, ເຊິ່ງກະຊວງສາທາລະນະສຸກ ເປັນເຈົ້າພາບ ຈະພັດທະນາຢ່າງແຮງກວ່າອີກ ເພື່ອເຊື່ອມໂຍງເຂົ້າກັບສາກົນ ແລະ ມີຄຸນນະພາບສູງ ນັບທັງດ້ານວິຊາສະເພາະ ແລະ ຈັນຍາບັນທາງການແພດ; ພ້ອມດຽວກັນນັ້ນ, ແມ່ນຊຸກຍູ້ການພັດທະນາສູນ, ສະຖາບັນຄົ້ນຄວ້າວິທະຍາສາດ, ເຕັກໂນໂລຢີລົງເລິກຂະແໜງການແພດ ເພື່ອໃຫ້ມີຫຼາຍຜະລິດຕະພັນ, ມາດຕະການໃໝ່, ແນໃສ່ຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ດີກວ່າອີກ ແລະ ດູແລສຸຂະພາບຂອງປະຊາຊົນໃຫ້ນັບມື້ນັບດີກວ່າເກົ່າ, ເທົ່າທຽມກັບບັນດາປະເທດໃນພາກພື້ນ ແລະ ບັນດາປະເທດທີ່ກ້າວໜ້າໃນໂລກ./.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top