• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເຂົ້າຮ່ວມພິທີເຊີດຊູຊາວກະສິກອນ ຫວຽດນາມ ດີເດັ່ນປີ 2021

ນີ້ແມ່ນການເຄື່ອນໄຫວປະຈຳປີຂອງສະມາຄົມຊາວກະສິກອນ ຫວຽດນາມ ເພື່ອແນໃສ່ເຊີດຊູບັນດາແບບຢ່າງຊາວກະສິກອນດີເດັ່ນກ້າວໜ້າ, ມີຫົວຄິດປະດິດສ້າງ.
ພິທີເຊີດຊູ ແລະ ມອບນາມມະຍົດ “ຊາວກະສິກອນ ຫວຽດນາມ ດີເດັ່ນ”. (ພາບ: TTXVN)

ຕອນຄ່ຳວັນທີ 02 ທັນວາ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມຊາວກະສິກອນ ຫວຽດນາມ ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດ “ຊາວກະສິກອນ ຫວຽດນາມ ດີເດັ່ນ” ປີ 2021 ຢ່າງສົມກຽດ. ນີ້ແມ່ນການເຄື່ອນໄຫວປະຈຳປີຂອງສະມາຄົມຊາວກະສິກອນ ຫວຽດນາມ ເພື່ອແນໃສ່ເຊີດຊູບັນດາແບບຢ່າງຊາວກະສິກອນດີເດັ່ນກ້າວໜ້າ, ມີຫົວຄິດປະດິດສ້າງ, ອຸທິດສ່ວນໃນການອອກແຮງງານ, ຜະລິດ, ສ້າງຊົນນະບົດໃໝ່ ແລະ ປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຂອງປະເທດຊາດ.

        ນີ້ແມ່ນຄັ້ງທີ 9 ສູນກາງສະມາຄົມຊາວກະສິກອນ ຫວຽດນາມ ເປັນເຈົ້າພາບ ຈັດພິທີເຊີດຊູ ແລະ ມອບນາມມະຍົດ “ຊາວກະສິກອນ ຫວຽດນາມ ດີເດັ່ນ”. ທີ່ພິທີ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ພ້ອມກັບການນຳສະມາຄົມຊາວກະສິກອນ ຫວຽດນາມ, ການນຳບາງອົງການ, ຄະນະ, ຂະແໜງການ ໄດ້ມອບນາມມະຍົດ ຊາວກະສິກອນ ຫວຽດນາມ ດີເດັ່ນປີ 2021 ໃຫ້ຊາວກະສິກອນ 63 ຄົນ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວຜະລິດກະສິກຳ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ໂປ​ໂລຍ ມາ​ຮອດ​ດ່າ​ນັ້ງ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ

ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ໂປ​ໂລຍ ມາ​ຮອດ​ດ່າ​ນັ້ງ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ

ໂດຍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ເອີ​ລົບ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ ຫວຽດ​ນາມ​ໂດຍ​ໄວ (4/21950), ໂປ​ໂລຍ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ການ​ຄ້າ​ສຳ​ຄັນ​ທີ່​ສຸດ​ຂອງ ຫວຽດ​ນາມ​ຢູ່​ພາກ​ພື້ນເອີ​ລົບ​ຕາ​ເວັນ​ອອກ​ກາງ.

Top