ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເຂົ້າຮ່ວມພິທີເຊີດຊູຊາວກະສິກອນ ຫວຽດນາມ ດີເດັ່ນປີ 2021

ນີ້ແມ່ນການເຄື່ອນໄຫວປະຈຳປີຂອງສະມາຄົມຊາວກະສິກອນ ຫວຽດນາມ ເພື່ອແນໃສ່ເຊີດຊູບັນດາແບບຢ່າງຊາວກະສິກອນດີເດັ່ນກ້າວໜ້າ, ມີຫົວຄິດປະດິດສ້າງ.
ພິທີເຊີດຊູ ແລະ ມອບນາມມະຍົດ “ຊາວກະສິກອນ ຫວຽດນາມ ດີເດັ່ນ”. (ພາບ: TTXVN)

ຕອນຄ່ຳວັນທີ 02 ທັນວາ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມຊາວກະສິກອນ ຫວຽດນາມ ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດ “ຊາວກະສິກອນ ຫວຽດນາມ ດີເດັ່ນ” ປີ 2021 ຢ່າງສົມກຽດ. ນີ້ແມ່ນການເຄື່ອນໄຫວປະຈຳປີຂອງສະມາຄົມຊາວກະສິກອນ ຫວຽດນາມ ເພື່ອແນໃສ່ເຊີດຊູບັນດາແບບຢ່າງຊາວກະສິກອນດີເດັ່ນກ້າວໜ້າ, ມີຫົວຄິດປະດິດສ້າງ, ອຸທິດສ່ວນໃນການອອກແຮງງານ, ຜະລິດ, ສ້າງຊົນນະບົດໃໝ່ ແລະ ປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຂອງປະເທດຊາດ.

        ນີ້ແມ່ນຄັ້ງທີ 9 ສູນກາງສະມາຄົມຊາວກະສິກອນ ຫວຽດນາມ ເປັນເຈົ້າພາບ ຈັດພິທີເຊີດຊູ ແລະ ມອບນາມມະຍົດ “ຊາວກະສິກອນ ຫວຽດນາມ ດີເດັ່ນ”. ທີ່ພິທີ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ພ້ອມກັບການນຳສະມາຄົມຊາວກະສິກອນ ຫວຽດນາມ, ການນຳບາງອົງການ, ຄະນະ, ຂະແໜງການ ໄດ້ມອບນາມມະຍົດ ຊາວກະສິກອນ ຫວຽດນາມ ດີເດັ່ນປີ 2021 ໃຫ້ຊາວກະສິກອນ 63 ຄົນ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວຜະລິດກະສິກຳ.

(ແຫຼ່ງຄັດຈາກ VOV)


top