• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບຜູ້ອຳນວຍການໃຫຍ່ ADB ປະຈຳ ຫວຽດນາມ

      ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ປາດຖະໜາວ່າ ADB ສືບຕໍ່ຮ່ວມເດີນທາງກັບ ຫວຽດນາມ, ໜູນຊ່ວຍຫວຽດນາມ  ໃນພາລະກິດແຫ່ງການປ້ອງກັນ, ຕ້ານໂລກລະບາດ ແລະ ການຟື້ນຟູເສດຖະກິດ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບທ່ານຜູ້ອຳນວຍການທະນາຄານພັດທະນາອາຊີ ປະຈຳ ຫວຽດນາມ Andrew Jeffries
(ພາບ: TTXVN)
     ຕອນເຊົ້າວັນທີ 05 ທັນວາ, ຢູ່ນອກເວທີປາໄສເສດຖະກິດ ຫວຽດນາມ 2021 “ຟື້ນຟູເສດຖະກິດ” ຢູ່ ຮ່າໂນ້ຍ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ປະຈຳ ຫວຽດນາມ Andrew Jeffries.
ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ປາດຖະໜາວ່າ ADB ສືບຕໍ່ຮ່ວມເດີນທາງກັບ ຫວຽດນາມ, ໜູນຊ່ວຍຫວຽດນາມ  ໃນພາລະກິດແຫ່ງການປ້ອງກັນ, ຕ້ານໂລກລະບາດ ແລະ ການຟື້ນຟູເສດຖະກິດ, ໜູນຊ່ວຍທຶນໃຫ້ແກ່ບັນດາໂຄງການລົງທຶນ, ພິເສດແມ່ນໜູນຊ່ວຍ, ໃຫ້ຄຳປຶກສາດ້ານນະໂຍບາຍກ່ຽວກັບການພັດທະນາແບບຍືນຍົງ, ໜູນຊ່ວຍດ້ານການເງິນ, ເຕັກນິກ ໃຫ້ບາງອົງການຂອງສະພາແຫ່ງຊາດ ຫວຽດນາມ ເພື່ອປະຕິບັດພາລະໜາ້ທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີກວ່າອີກ. ທ່ານປະທານສະພາແຫ່ງຊາດ ກໍ່ສະເໜີໃຫ້ ADB ສືບຕໍ່ໜູນຊ່ວຍສະພາແຫ່ງຊາດ, ບັນດາອົງການວາງແຜນນະໂຍບາຍຍຸດທະສາດຂອງ ຫວຽດນາມ ໃນການສືບຕໍ່ຍົກສູງກຳລັງການຄາດຄະເນ ແລະ ວິໄສທັດ ເພື່ອແນໃສ່ຕົກລົງຢ່າງຊັດເຈັນ, ທັນການກວ່າ.
      ສ່ວນທ່ານຜູ້ອຳນວຍການ ADB Andrew Jeffries ຢືນຢັນວ່າ, ໜ້າທີຂອງ ADB ຫວຽດນາມ ແມ່ນຮ່ວມມື ແລະ ໜູນຊ່ວຍ, ປະກອບສ່ວນໃຫ້ແກ່ການພັດທະນາຂອງ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)


ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top