• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ້ຽມຢາມບັນດາອະດີດການນຳຂັ້ນສູງຂອງ ລາວ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະແດງຄວາມຂອບໃຈຕໍ່ບັນດາການນຳຂັ້ນສູງຂອງ ລາວ ທີ່ໄດ້ມີການອຸທິດສ່ວນຢ່າງໃຫຍ່ຫຼວງໃນການເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນສັດຊື່ບໍລິສຸດ, ຜູດຜ່ອງແບບພິເສດ ຫວຽດນາມ - ລາວ
(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄປຢ້ຽມຢາມທ່ານອະດີດນາຍົກລັດຖະມົນຕີ ທອງສິງ ທຳມະວົງ)

ໃນຂອບເຂດລາຍການເຂົ້າຮ່ວມກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ (CLV) ຄັ້ງທີ 1 ແລະ ຢ້ຽມຢາມປະເທດ ສປປ.ລາວ, ຕອນບ່າຍວັນທີ 04 ທັນວາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ທ່ານອະດີດນາຍົກລັດຖະມົນຕີ ທອງສິງ ທຳມະວົງ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະແດງຄວາມຂອບໃຈຕໍ່ບັນດາການນຳຂັ້ນສູງຂອງ ລາວ ທີ່ໄດ້ມີການອຸທິດສ່ວນຢ່າງໃຫຍ່ຫຼວງໃນການເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນສັດຊື່ບໍລິສຸດ, ຜູດຜ່ອງແບບພິເສດ ຫວຽດນາມ - ລາວ ແລະ ປາດຖະໜາວ່າ ບັນດາອະດີດການນຳຂັ້ນສູງຂອງ ລາວ ຈະສືບຕໍ່ເອົາໃຈໃສ່, ສະໜັບສະໜູນໃຫ້ແກ່ການພັດທະນາຢ່າງຮອບດ້ານຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.

ສ່ວນບັນດາອະດີດການນຳ ລາວ ສະເໜີໃຫ້ 2 ຝ່າຍສືບຕໍ່ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ; ພ້ອມທັງເນັ້ນໜັກວ່າ ຄວນສືບຕໍ່ເອົາໃຈໃສ່ສຶກສາ ແລະ ໂຄສະນາໃຫ້ແກ່ລຸ້ນໜຸ່ມຂອງ 2 ປະເທດກ່ຽວກັບມູນເຊື້ອຂອງສາຍພົວພັນແບບພິເສດ, ສະໜິດແໜ້ນ, ສັດຊື່ບໍລິສຸດ ລາວ - ຫວຽດນາມ, ຫວຽດນາມ - ລາວ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top