• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ພົບປະເຈລະຈາກັບທ່ານປະທານາທິບໍດີສະຫະພັນ ລັດເຊຍ

ທ່ານປະທານາທິບໍດີ Vladimir Putin ສະເໜີໃຫ້ 2 ອົງການນິຕິບັນຍັດຂອງ 2 ປະເທດສືບຕໍ່ເພີ່ມທະວີການຮ່ວມມືລັດຖະສະພາ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ພົບປະເຈລະຈາກັບທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin (ພາບ: : Thống Nhất/TTXVN))

ໂດຍສືບຕໍ່ການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການ, ຕອນບ່າຍວັນທີ 10 ກັນຍາ, ຢູ່ວັງ Kremlin, ນະຄອນຫຼວງ ມົດສະກູ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໄດ້ພົບປະເຈລະຈາກັບທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin. ທ່ານປະທານາທິບໍດີ Vladimir Putin ໄດ້ຕີລາຄາສູງຄວາມໝາຍ ແລະ ໝາກຜົນການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ; ສະເໜີໃຫ້ 2 ອົງການນິຕິບັນຍັດຂອງ 2 ປະເທດສືບຕໍ່ເພີ່ມທະວີການຮ່ວມມືລັດຖະສະພາ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດໃຫ້ແທດຈິງ, ມີປະສິດທິຜົນ; ທ່ານຢືນຢັນວ່າ ຈະສະໜັບສະໜູນ 2 ອົງການນິຕິບັນຍັດຂອງ 2 ປະເທດຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມ.

ກ່ອນໜ້ານັ້ນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ຕ້ອນຮັບປະທານພັກກອມມູນິດສະຫະພັນ ລັດເຊຍ ແລະ ປະທານພັກ “ປະເທດ ລັດເຊຍ ຍຸຕິທຳ - ບັນດາຜູ້ຮັກຫອມຊາດ - ເພື່ອຄວາມເປັນຈິງ”; ຕ້ອນຮັບຜູ້ຕາງໜ້າສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ ແລະ ສະມາຄົມນັກຮົບເກົ່າ ລັດເຊຍ ເຄີຍສູ້ຮົບຢູ່ ຫວຽດນາມ; ຕ້ອນຮັບກຸ່ມບໍລິສັດໃຫຍ່ຈຳນວນໜຶ່ງຂອງ ລັດເຊຍ.

ຕອນເຊົ້າວັນທີ 11 ກັນຍາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງຈົບງາມ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top