ຂ່າວສານ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ: ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ຍັງໃຫຍ່ຫຼວງຢູ່
ຕອນບ່າຍວັນທີ 06 ກັນຍາ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ ເຊີອຸນ, ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ, ໄດ້ພົບປະກັບບັນດາເພື່ອນມິດ ສ.ເກົາຫຼີ. ເຫດການໂດຍສະຫະພັນອົງການຈັດຕັ້ງມິດຕະພາບ ຫວຽດນາມ ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ຈັດຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນເຊິ່ງເປັນຜູ້ສົງຄຸນວຸດທິ, ນັກປັນຍາຊົນ, ຜູ້ຕາງໜ້າວິສາຫະກິດ ສ.ເກົາຫຼີ... ທີ່ພວມເຄື່ອນໄຫວຢູ່ ຫວຽດນາມ.
ໂດຍຖືວ່າຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງສອງປະເທດຍັງໃຫຍ່ຫຼວງຢູ່,ທ່ານປະທານສະພາແຫ່ງຊາດຫວັງວ່າ ຜ່ານພົບປະໃນໃນມື້ນີ້, ສະມາຄົມມິດຕະພາບ ສ.ເກົາຫຼີ-ຫວຽດນາມ, ສະມາຄົມຊາວ ສ.ເກົາຫຼີ ຜູ້ທີ່ຮັກຫອມ ຫວຽດນາມ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ວິສາຫະກິດ, ນັກທຸລະກິດ, ນັກວິທະຍາສາດ... ຈະສືບຕໍ່ສົມທົບກັບສະຫະພັນອົງການຈັດຕັ້ງມິດຕະພາບ ຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ-ສ.ເກົາຫຼີ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການພົບປະແລກປ່ຽນປະຊາຊົນ, ນຳເອົາພາບພົດຂອງ ສ.ເກົາຫຼີ ມາສູ່ ຫວຽດນາມ ແລະ ຫວຽດນາມ ມາສູ່ ສ.ເກົາຫຼີ.
ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ສອງປະເທດເອົາໃຈໃສ່ເປັນພິເສດຕໍ່ປະຊາຄົມຊາວ ສ.ເກົາຫຼີ ອາໃສຢູ່ ຫວຽດນາມ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ; ທ່ານກໍ່ຫວັງວ່າ ບັນດານັກວິທະຍາສາດ, ນັກທຸລະກິດ, ວິສາຫະກິດ ສ.ເກົາຫຼີ ຈະສືບຕໍ່ຊອກຮູ້, ລົງທຶນໃນໂຄງການ, ກິດຈະກຳໃຫຍ່ຂອງ ຫວຽດນາມ.






