• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕີລາຄາສູງບົດບາດຂອງທ່ານເອກອັກຄະລັດຖະທູດໃນໄລຍະຜ່ານມາ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ (ພາບ: quochoi.vn)

ຕອນບ່າຍວັນທີ 05 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການເຮັດວຽກຢູ່ຫວຽດນາມ.     

ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕີລາຄາສູງບົດບາດຂອງທ່ານເອກອັກຄະລັດຖະທູດໃນໄລຍະຜ່ານມາ ທີ່ໄດ້ປະກອບສ່ວນຫຼາຍຢ່າງເພື່ອຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເວົ້າລວມ ແລະ ການພົວພັນລະຫວ່າງສອງສະພາແຫ່ງຊາດເວົາສະເພາະໃຫ້ຫຼາຍກວ່າເກົ່າ.  

ສ່ວນທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ກໍ່ໄດ້ຂອບອົກຂອບໃຈຫວຽດນາມ ທີ່ຍາມໃດກໍ່ໜູນຊ່ວຍ, ແບ່ງປັນກັບປະຊາຊົນລາວ ໃນເວລາປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ຖືນັ້ນເປັນການຊ່ວຍເຫຼືອຢ່າງຈິງໃຈ, ສຸດຈິດສຸດໃຈຂອງຫວຽດນາມ ທີ່ສະຫງວນໃຫ້ແກ່ ລາວ. ທ່ານເອກອັກຄະລັດຖະທູດເຊື່ອໝັ້ນວ່າ, ໂດຍອີງໃສ່ບັນດາຜົນງານດ້ານເສດຖະກິດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດທີ່ບັນລຸໄດ້ໃນໄລຍະຜ່ານມາ, ຫວຽດນາມ ຈະປະຕິບັດວິໄສທັດຍຸດທະສາດພັດທະນາແບບຍືນຍົງຮອດປີ 2045 ຢ່າງສຳເລັດຜົນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top