• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວມາຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງການຢູ່ 2 ປະເທດເອີລົບ ຢ່າງຈົບງາມ

ການຢ້ຽມຢາມແມ່ນເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ຮັກສາ ແລະ ເຮັດໃຫ້ການພົວພັນຮ່ວມມື 2 ຝ່າຍເລິກເຊິ່ງຂຶ້ນຕື່ມ.

ການຢ້ຽມຢາມແມ່ນເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ຮັກສາ ແລະ ເຮັດໃຫ້ການພົວພັນຮ່ວມມື 2 ຝ່າຍເລິກເຊິ່ງຂຶ້ນຕື່ມ.

    

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ (ພາບ: TTXVN)

ຕອນບ່າຍວັນທີ 01 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ກັບມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງການ ຮຸງກາຣີ, ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ໃນລະຫວ່າງວັນທີ 26 -30 ມິຖຸນາ ຢ່າງຈົບງາມ, ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຮຸງກາຣີ Laszlo Kover, ທ່ານປະທານສະພາຕ່ຳ ອັງກິດ Lindsay Hoyle ແລະ ທ່ານປະທານສະພາສູງ ອັງກິດ John Mcfall.

        ການຢ້ຽມຢາມແມ່ນເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ຮັກສາ ແລະ ເຮັດໃຫ້ການພົວພັນຮ່ວມມື 2 ຝ່າຍເລິກເຊິ່ງຂຶ້ນຕື່ມ; ຢືນຢັນການຖືເປັນສຳຄັນຂອງ ຫວຽດນາມ ສຳລັບການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຮຸງກາຣີ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ.

        ການຢ້ຽມຢາມກໍ່ເປັນການສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ ແລະ ລັດ ສຳລັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຜັນຂະຫຍາຍບົດສະຫຼຸບເລກທີ 12 ຂອງກົມການເມືອງກ່ຽວກັບວຽກງານຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນສະພາບການໃໝ່.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ ຄຳສັ່ງຂອງເພີ່ນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ “ຄຳສັ່ງຂອງເພີ່ນ”

ລາຍການໄດ້ເພື່ອຫວນຄືນປະຫວັດສາດ, ພ້ອມທັງຢືນຢັນຄຸນຄ່າແກ່ນສານ ແລະ ບັນດາການປະກອບສ່ວນສຳຄັນຂອງຄຳພິໄນກຳປະທານ ໂຮ່ຈີມິນ ໃນໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ ໃນກວ່າເຄິ່ງສະຕະວັດຜ່ານມາ.

Top