• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດຫງວຽນທິກິມເງິນເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂະແໜງຍຸຕິທຳຄັ້ງທີ 5

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຕີລາຄາສູງຕໍ່ເລື່ອງ ໃນໄລຍະຜ່ານມາ ຂະແໜງຍຸດຕິທຳໄດ້ຕັ້ງໜ້າເປັນເສນາທິການໃຫ້ແກ່ພັກ, ສະພາແຫ່ງຊາດ, ລັດຖະບານ ໃນການສ້າງລະບົບກົດໝາຍໃຫ້ສົມບູນແບບ.

(ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ກ່າວຄຳເຫັນທີ່ພິທີ)

ຕອນເຊົ້າວັນທີ 01 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂະແໜງຍຸຕິທຳ ຄັ້ງທີ 5, ສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອຂະແໜງຍຸຕິທຳ ແລະ ຮັບຫຼຽນໄຊແຮງງານຊັ້ນໜຶ່ງ ຄັ້ງທີ 3.

   ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຕີລາຄາສູງຕໍ່ເລື່ອງ ໃນໄລຍະຜ່ານມາ ຂະແໜງຍຸດຕິທຳໄດ້ຕັ້ງໜ້າເປັນເສນາທິການໃຫ້ແກ່ພັກ, ສະພາແຫ່ງຊາດ, ລັດຖະບານ ໃນການສ້າງລະບົບກົດໝາຍໃຫ້ສົມບູນແບບ, ໂດຍສະເພາະແມ່ນໃນການຜັນຂະຫຍາຍ ການປະຕິບັດຍຸດທະສາດສ້າງລະບົບກົດໝາຍຫວຽດນາມ ຮອດປີ 2010, ກຳນົດທິດຮອດປີ 2020 ໃຫ້ສົມບູນແບບ…

ທ່ານນາງປະທານສະພາແຫ່ງຊາດ ສະເໜີໃຫ້ຂະແໜງຍຸຕິທຳ ຕ້ອງເປັນເສນາທິການໃຫ້ຄະນະພະນັກງານພັກລັດຖະບານ ຍື່ນສະເໜີຕໍ່ຄະນະບໍລິຫານງານສູນກາງພັກຊຸດທີ 13 ພິຈາລະນາປະກາດມະຕິວ່າດ້ວຍຍຸດທະສາດສ້າງລັດແຫ່ງອຳນາດຕິບັນຍັດສັງຄົມນິຍົມຫວຽດນາມໃຫ້ສົມບູນແບບ, ດ້ວຍ 2 ເນື້ອໃນສຳຄັນກ່ຽວກັບການປະຕິຮູບຕຸລາການ ແລະ ຍຸດທະສາດກົດໝາຍຫວຽດນາມ ຮອດປີ 2030, ວິໄສທັດຮອດປີ  2045.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top