• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ໂຕເລິມ: ສ້າງເຫຼົ່າທັບເຮືອໃຫ້ໝັ້ນຄົງເຂັ້ມແຂງ

ທ່ານປະທານປະເທດສະເໜີໃຫ້ເຫຼົ່າທັບເຮືອເຊື່ອມຊຶມຢ່າງເລິກເຊິ່ງທັດສະນະ ຢຶດໝັ້ນ, ເດັດດຽວຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ເຂດທະເລ, ໝູ່ເກາະ, ເຂດນ່ານຟ້າໄວ້ຢ່າງໝັ້ນຄົງ
(ທ່ານປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ)

ຕອນເຊົ້າວັນທີ 07 ມິຖຸນາ, ຢູ່ນະຄອນ ຫາຍຟ່ອງ, ທ່ານປະທານປະເທດ, ພົນເອກ ໂຕເລິມ, ຫົວໜ້າຜູ້ບັນຊາການບັນດາກຳລັງປະກອບອາວຸດປະຊາຊົນ, ປະທານສະພາປ້ອງກັນຊາດປ້ອງກັນຄວາມສະຫງົບ ຫວຽດນາມ, ໄດ້ໄປຢ້ຽມຢາມ, ເຮັດວຽກ ແລະ ກວດກາວຽກງານກ່ຽມພ້ອມສູ້ຮົບຂອງເຫຼົ່າທັບເຮືອ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ໂຕເລິມ ໄດ້ຮັບຮູ້ ແລະ ຍ້ອງຍໍບັນດາຜົນງານ, ວິລະກຳທີ່ດີເດັ່ນຂອງເຫຼົ່າທັບເຮືອ ທີ່ບັນລຸໄດ້ໃນໄລຍະຜ່ານມາ. ເພື່ອປະຕິບັດສຳເລັດໜ້າທີ່ໃນສະພາບການໃໝ່, ທ່ານປະທານປະເທດສະເໜີໃຫ້ເຫຼົ່າທັບເຮືອເຊື່ອມຊຶມຢ່າງເລິກເຊິ່ງທັດສະນະ “ຢຶດໝັ້ນ, ເດັດດຽວຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ເຂດທະເລ, ໝູ່ເກາະ, ເຂດນ່ານຟ້າໄວ້ຢ່າງໝັ້ນຄົງ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ”; ຢືດໝັ້ນ, ເດັດດຽວໃນການປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ. ທ່ານປະທານປະເທດ ໂຕເລິມ ສະເໜີວ່າ:

“ສຸມໃສ່ບັນດາມາດຕະການແກ້ໄຂເພື່ອປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ, ປົກປ້ອງປະຊາຊົນ; ເຫຼົ່າທັບເຮືອເພີ່ມທະວີການຮ່ວມມືກັບສາກົນ, ໂດຍສະເພາະແມ່ນການຮ່ວມມືສາກົນທາງທະເລ, ປະຕິບັດກົດໝາຍສາກົນທາງທະເລ ຕິດພັນກັບການຄົ້ນຄວ້າວິທະຍາສາດທະເລ, ປົກປັກຮັກສາສິ່ງແວດລ້ອມທະເລ. ສຸມໃສ່ລາດຕະເວນ, ກວດກາ, ຄວບຄຸ້ມບັນດາເຂດທະເລຢ່າງແໜ້ນແຟ້ນ; ຮັກສາຄວາມປອດໄພບັນດາເປົ້າໝາຍຈຸດສຸມ. ປະຕິບັດວຽກງານກູ້ໄພກູ້ຊີບ, ປົກປັກຮັກສາ, ໜູນຊ່ວຍປະຊາຊົນໃຫ້ເປັນຢ່າງດີ; ແກ້ໄຂບັນດາບັນຫາເກີດຂຶ້ນຢູ່ທະເລຢ່າງທັນການ, ປະຕິບັດອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານ ແລະ ຜົນປະໂຫຍດແຫ່ງຊາດຢູ່ທະເລ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບເພື່ອພັດທະນາປະເທດຊາດ”.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top