ທ່ານປະທານປະເທດສະເໜີໃຫ້ເຫຼົ່າທັບເຮືອເຊື່ອມຊຶມຢ່າງເລິກເຊິ່ງທັດສະນະ ຢຶດໝັ້ນ, ເດັດດຽວຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ເຂດທະເລ, ໝູ່ເກາະ, ເຂດນ່ານຟ້າໄວ້ຢ່າງໝັ້ນຄົງ
(ທ່ານປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ)
ຕອນເຊົ້າວັນທີ 07 ມິຖຸນາ, ຢູ່ນະຄອນ ຫາຍຟ່ອງ, ທ່ານປະທານປະເທດ, ພົນເອກ ໂຕເລິມ, ຫົວໜ້າຜູ້ບັນຊາການບັນດາກຳລັງປະກອບອາວຸດປະຊາຊົນ, ປະທານສະພາປ້ອງກັນຊາດປ້ອງກັນຄວາມສະຫງົບ ຫວຽດນາມ, ໄດ້ໄປຢ້ຽມຢາມ, ເຮັດວຽກ ແລະ ກວດກາວຽກງານກ່ຽມພ້ອມສູ້ຮົບຂອງເຫຼົ່າທັບເຮືອ.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ໂຕເລິມ ໄດ້ຮັບຮູ້ ແລະ ຍ້ອງຍໍບັນດາຜົນງານ, ວິລະກຳທີ່ດີເດັ່ນຂອງເຫຼົ່າທັບເຮືອ ທີ່ບັນລຸໄດ້ໃນໄລຍະຜ່ານມາ. ເພື່ອປະຕິບັດສຳເລັດໜ້າທີ່ໃນສະພາບການໃໝ່, ທ່ານປະທານປະເທດສະເໜີໃຫ້ເຫຼົ່າທັບເຮືອເຊື່ອມຊຶມຢ່າງເລິກເຊິ່ງທັດສະນະ “ຢຶດໝັ້ນ, ເດັດດຽວຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ເຂດທະເລ, ໝູ່ເກາະ, ເຂດນ່ານຟ້າໄວ້ຢ່າງໝັ້ນຄົງ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ”; ຢືດໝັ້ນ, ເດັດດຽວໃນການປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ. ທ່ານປະທານປະເທດ ໂຕເລິມ ສະເໜີວ່າ:
“ສຸມໃສ່ບັນດາມາດຕະການແກ້ໄຂເພື່ອປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ, ປົກປ້ອງປະຊາຊົນ; ເຫຼົ່າທັບເຮືອເພີ່ມທະວີການຮ່ວມມືກັບສາກົນ, ໂດຍສະເພາະແມ່ນການຮ່ວມມືສາກົນທາງທະເລ, ປະຕິບັດກົດໝາຍສາກົນທາງທະເລ ຕິດພັນກັບການຄົ້ນຄວ້າວິທະຍາສາດທະເລ, ປົກປັກຮັກສາສິ່ງແວດລ້ອມທະເລ. ສຸມໃສ່ລາດຕະເວນ, ກວດກາ, ຄວບຄຸ້ມບັນດາເຂດທະເລຢ່າງແໜ້ນແຟ້ນ; ຮັກສາຄວາມປອດໄພບັນດາເປົ້າໝາຍຈຸດສຸມ. ປະຕິບັດວຽກງານກູ້ໄພກູ້ຊີບ, ປົກປັກຮັກສາ, ໜູນຊ່ວຍປະຊາຊົນໃຫ້ເປັນຢ່າງດີ; ແກ້ໄຂບັນດາບັນຫາເກີດຂຶ້ນຢູ່ທະເລຢ່າງທັນການ, ປະຕິບັດອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານ ແລະ ຜົນປະໂຫຍດແຫ່ງຊາດຢູ່ທະເລ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບເພື່ອພັດທະນາປະເທດຊາດ”.