ເນື່ອງໃນໂອກາດຕົ້ນປີໃໝ່ 2026 ແລະ ກ່ອນຮອດບຸນເຕັດປີມະເມຍ, ຕອນເຊົ້າວັນທີ 05 ກຸມພາ, ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ, ບັນດາຄອບຄົວທຸກຍາກ, ຄອບຄົວນະໂຍບາຍ, ກຳມະກອນຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ພະນັກງານ, ນັກຮົບກຳລັງປະກອບອາວຸດແຂວງ ຝູເຖາະ.
ຢູ່ທີ່ນີ້, ທ່ານປະທານປະເທດສະເໜີໃຫ້ອຳນາດການປົກຄອງທຸກຂັ້ນແຂວງ ຝູເຖາະ ສືບຕໍ່ເອົາໃຈໃສ່ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ, ຈັດການຕ້ອນຮັບບຸນເຕັດປີມະເມຍ 2026 ຕ້ອງຮັບປະກັນໃຫ້ທຸກຄອບຄົວໄດ້ຮັບບຸນເຕັດດ້ວຍຄວາມເບີກບານມ່ວນຊື່ນ.
“ຕ້ອງເອົາໃຈໃສ່ເປັນພິເສດ, ເບິ່ງແຍງດູແລໃຫ້ບັນດາເປົ້າໝາຍນະໂຍບາຍ, ຢື້ຢາມຖາມຂ່າວແມ່ ຫວຽດນາມ ວິລະຊົນ, ທະຫານເຈັບປ່ວຍ, ທະຫານເສຍອົງຄະ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ກຳມະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ, ຜູ້ທຸກຍາກຢ່າງລອບຄອບທີ່ຖ້ວນ. ປະຕິບັດນະໂຍບາຍສຳລັບກຳລັງປະກອບອາວຸດ ແລະ ແນວຫຼັງຂອງພະນັກງານ, ນັກຮົບກຳລັງປະກອບອາວຸດໃຫ້ເປັນຢ່າງດີ. ຈັດການລະດົມກຳລັງໃຈ, ຢື້ຢາມຖາມຂ່າວບັນດາກຳລັງປະຈຳການຍາມບຸນເຕັດ”.
ເນື່ອງໃນໂອກາດນີ້, ທ່ານປະທານປະເທດໄດ້ມອບຂອງຂວັນບຸນເຕັດທີ່ມີຄວາມໝາຍໃຫ້ແກ່ອົງຄະນະພັກ, ອຳນາດການປົກຄອງ ແລະ ມອບຂອງຂວັນ 500 ພູດໃຫ້ແກ່ຄອບຄົວທຸກຍາກ, ມອບຂອງຂວັນ 500 ພູດໃຫ້ກຳມະກອນຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ.








