ໃນຂອບເຂດການຢ້ຽມຢາມທາງລັດຖະກິດປະເທດ ສປປ.ລາວ, ຕອນບ່າຍວັນທີ 05 ກຸມພາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ລາວ.
ທ່ານເລຂາທິການໃຫຍ່ ໂຕເລິມ ດຳເນີນການພົບປະສົນທະນາກັບທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ
ການນຳ 2 ຝ່າຍໄດ້ເຫັນດີເປັນເອກະພາບຢ່າງສູງກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງໃນຫຼາຍຂົງເຂດ, ເນັ້ນໜັກວ່າ 2 ຝ່າຍຕ້ອງຮີບເຮັ່ງ, ເດັດດ່ຽວຫັນເປັນລະອຽດ ແລະ ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່າງ 2 ພັກ, 2 ລັດຖະບານໃຫ້ມີປະສິດທິຜົນ; ພ້ອມກັນນັ້ນ, ກໍ່ສ້າງເງື່ອນໄຂສະດວກກວ່າໃຫ້ແກ່ວິສາຫະກິດ 2 ປະເທດລົງທຶນ, ດຳເນີນທຸລະກິດຢ່າງຍາວນານຢູ່ແຕ່ລະຝ່າຍ. 2 ຝ່າຍເຫັນດີເປັນເອກະພາບສົມທົບກັນສ້າງແຜນການ ແລະ ຈັດບັນດາວັນບຸນໃຫຍ່ໃຫ້ເປັນຢ່າງດີ; ສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນ, ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສສາກົນ, ພາກພື້ນ, ບັນດາກົນໄກອະນຸພາກພື້ນ; ປັບປຸງຄວາມສາມັກຄີ, ບົດບາດໃຈກາງຂອງ ອາຊຽນ, ແລະ ຮັກສາສຽງເວົ້າລວມຂອງ ອາຊຽນ ໃນບັນດາບັນຫາຍຸດທະສາດຂອງພາກພື້ນ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ໄດ້ພົບປະສົນທະນາກັບທ່ານ ໄຊສົມພອມ ພົມວິຫານ, ປະທານສະພາແຫ່ງຊາດ ລາວ.
ການນຳ 2 ທ່ານໄດ້ເຫັນເອກະພາບເພີ່ມທະວີການຕິດຕາມການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງ 2 ປະເທດໃຫ້ມີປະສິດທິຜົນ; ສືບຕໍ່ແລກປ່ຽນບັນດາການຢ້ຽມຢາມຂັ້ນສູງ, ການຢ້ຽມຢາມຂອງການນຳ 2 ສະພາແຫ່ງຊາດ ແລະ ບັນດາກຳມາທິການສະພາແຫ່ງຊາດເປັນປະຈຳ, ເປີດກວ້າງ ແລະ ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ຄວາມໝັ້ນຄົງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການພົບປະແລກປ່ຽນປະຊາຊົນທ້ອງຖິ່ນ.
(ແຫຼ່ງຄັດຈາກ VOV)