ຂ່າວສານ

ທ່ານປະທານປະເທດ ເລືອງເກື່ອງ ໄປອວຍພອນບຸນເຕັດຢູ່ແຂວງ ຝູເຖາະ

ທ່ານປະທານປະເທດສະເໜີໃຫ້ອຳນາດການປົກຄອງທຸກຂັ້ນແຂວງ ຝູເຖາະ ສືບຕໍ່ເອົາໃຈໃສ່ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ
(ທ່ານປະທານປະເທດ ເລືອງເກື່ອງ ອວຍພອນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ, ບັນດາຄອບຄົວທຸກຍາກ, ຄອບຄົວນະໂຍບາຍ)

ເນື່ອງໃນໂອກາດຕົ້ນປີໃໝ່ 2026 ແລະ ກ່ອນຮອດບຸນເຕັດປີມະເມຍ, ຕອນເຊົ້າວັນທີ 05 ກຸມພາ, ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ, ບັນດາຄອບຄົວທຸກຍາກ, ຄອບຄົວນະໂຍບາຍ, ກຳມະກອນຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ພະນັກງານ, ນັກຮົບກຳລັງປະກອບອາວຸດແຂວງ ຝູເຖາະ.

        ຢູ່ທີ່ນີ້, ທ່ານປະທານປະເທດສະເໜີໃຫ້ອຳນາດການປົກຄອງທຸກຂັ້ນແຂວງ ຝູເຖາະ ສືບຕໍ່ເອົາໃຈໃສ່ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ, ຈັດການຕ້ອນຮັບບຸນເຕັດປີມະເມຍ 2026 ຕ້ອງຮັບປະກັນໃຫ້ທຸກຄອບຄົວໄດ້ຮັບບຸນເຕັດດ້ວຍຄວາມເບີກບານມ່ວນຊື່ນ.

        “ຕ້ອງເອົາໃຈໃສ່ເປັນພິເສດ, ເບິ່ງແຍງດູແລໃຫ້ບັນດາເປົ້າໝາຍນະໂຍບາຍ, ຢື້ຢາມຖາມຂ່າວແມ່ ຫວຽດນາມ ວິລະຊົນ, ທະຫານເຈັບປ່ວຍ, ທະຫານເສຍອົງຄະ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ກຳມະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ, ຜູ້ທຸກຍາກຢ່າງລອບຄອບທີ່ຖ້ວນ. ປະຕິບັດນະໂຍບາຍສຳລັບກຳລັງປະກອບອາວຸດ ແລະ ແນວຫຼັງຂອງພະນັກງານ, ນັກຮົບກຳລັງປະກອບອາວຸດໃຫ້ເປັນຢ່າງດີ. ຈັດການລະດົມກຳລັງໃຈ, ຢື້ຢາມຖາມຂ່າວບັນດາກຳລັງປະຈຳການຍາມບຸນເຕັດ”.

        ເນື່ອງໃນໂອກາດນີ້, ທ່ານປະທານປະເທດໄດ້ມອບຂອງຂວັນບຸນເຕັດທີ່ມີຄວາມໝາຍໃຫ້ແກ່ອົງຄະນະພັກ, ອຳນາດການປົກຄອງ ແລະ ມອບຂອງຂວັນ 500 ພູດໃຫ້ແກ່ຄອບຄົວທຸກຍາກ, ມອບຂອງຂວັນ 500 ພູດໃຫ້ກຳມະກອນຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ.


top