• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເລືອງເກື່ອງ ເປັນປະທານວາລະປະຊຸມຄັ້ງທີ 6 ສະພາປ້ອງກັນຊາດປ້ອງກັນຄວາມສະຫງົບ

ສະພາໄດ້ປຶກສາຫາລື ແລະ ປະກອບຄຳເຫັນກ່ຽວກັບສະພາບການພົ້ນເດັ່ນໃນໂລກ, ພາກພື້ນ ແລະ ຢູ່ພາຍໃນປະເທດ ທີ່ສົ່ງຜົນສະທ້ອນເຖິງການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຕ່າງປະເທດຂອງ ຫວຽດນາມ
(ທ່ານປະທານປະເທດ ເລືອງເກື່ອງ, ກ່າວຄຳເຫັນທີ່ວາລະປະຊຸມ)

ຕອນເຊົ້າວັນທີ 02 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທີ່ ຮ່າໂນ້ຍ, ທ່ານປະທານປະເທດ ເລືອງເກື່ອງ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຫວຽດນາມ ໄດ້ເປັນປະທານວາລະປະຊຸມຄັ້ງທີ 6 ສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ (ສະພາ) ອາຍຸການ 2021 – 2026. ເຂົ້າຮ່ວມວາລະປະຊຸມມີທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

ທີ່ວາລະປະຊຸມ, ສະພາໄດ້ປຶກສາຫາລື ແລະ ປະກອບຄຳເຫັນກ່ຽວກັບສະພາບການພົ້ນເດັ່ນໃນໂລກ, ພາກພື້ນ ແລະ ຢູ່ພາຍໃນປະເທດ ທີ່ສົ່ງຜົນສະທ້ອນເຖິງການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຕ່າງປະເທດຂອງ ຫວຽດນາມ; ຕີລາຄາໝາກຜົນການຜັນຂະຫຍາຍປະຕິບັດບາງໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນໄລຍະຜ່ານມາ; ສະເໜີແນະເນື້ອໃນວາລະປະຊຸມຄັ້ງທີ 7 ຂອງສະພາໃນໄລຍະຈະມາເຖິງ.

ທ່ານປະທານປະເທດ ເລືອງເກື່ອງ ສະເໜີວ່າ, ໃນໄລຍະຈະມາເຖິງ, ບັນດາກຳລັງ, ອົງການທີ່ມີໜ້າທີ່ ຈົ່ງສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ຕິດແທດ ແລະ ປະຕິບັດບັນດາແຜນນະໂຍບາຍ, ແນວທາງ, ນະໂຍບາຍຊີ້ຂາດຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ, ສະພາແຫ່ງຊາດ, ລັດຖະບານໃຫ້ມີປະສິດທິຜົນ ກໍຄືບັນດາການຊີ້ນຳຂອງທ່ານເລຂາທິການໃຫຍ່ ໂຕເລິມ ກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ. ທ່ານກໍ່ເນັ້ນໜັກວ່າ, ຕ້ອງສືບຕໍ່ຕິດແທດ, ຕິດຕາມ, ເປັນເຈົ້າການກຳແໜ້ນຢ່າງແໜ້ນແຟ້ນ, ຄົ້ນຄວ້າ, ໄຈ້ແຍກ, ຕີລາຄາ, ຄາດຄະເນສະພາບການໂລກ, ພາກພື້ນ, ກໍຄືຢູ່ພາຍໃນປະເທດຢ່າງໃກ້ຊິດ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບໍ່ຄາດຄິດໃນທຸກສະພາບການ.

(ແຫຼ່ງຄັດຈາກ VOV)

ຍູ້​ແຮງ​ກ່​ວາ​ອີກການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສື່ມວນ​ຊົນ ຫວຽດ​ນາມ-ກູ​ບາ

ຍູ້​ແຮງ​ກ່​ວາ​ອີກການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສື່ມວນ​ຊົນ ຫວຽດ​ນາມ-ກູ​ບາ

ສະມາຄົມນັກຂ່າວ ຫວຽດນາມ ໃຫ້ຄຳໝັ້ນໝາຍຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນ, ຮ່ວມມືບຳລຸງສ້າງ, ແບ່ງປັນບົດຮຽນປະສົບການກັບ ສະມາຄົມນັກຂ່າວ ກູບາ.

Top