• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເລືອງເກື່ອງ: ສ້າງກົມກອງທະຫານ 12 “ໃຫ້ກະທັດລັດ, ເຂັ້ມແຂງ”, ເປັນກຳລັງຫຼວງ, ເຄື່ອນທີຍຸດທະສາດ

ທ່ານປະທານປະເທດ ໄດ້ໃສ່ໃຈບາງເນື້ອໃນຈຸດສຸມຂອງກົມກອງທະຫານ 12 ເພື່ອສາມາດປະຕິບັດໜ້າທີ່ໃຫ້ເປັນຢ່າງດີ.
(ທ່ານປະທານປະເທດ ເລືອງເກື່ອງ ໄດ້ໄປຢ້ຽມຢາມ, ເຮັດວຽກກັບ ກົມກອງທະຫານ 12 ຕັ້ງທັບຢູ່ແຂວງ ນິງບິ່ງ)

ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22 ທັນວາ 1944 – 22 ທັນວາ 2024) ແລະ 35 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ (22 ທັນວາ 1989 – 22 ທັນວາ 2024), ຕອນເຊົ້າວັນທີ 18 ທັນວາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ໄປຢ້ຽມຢາມ, ເຮັດວຽກກັບ ກົມກອງທະຫານ 12 ຕັ້ງທັບຢູ່ແຂວງ ນິງບິ່ງ.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ໄດ້ໃສ່ໃຈບາງເນື້ອໃນຈຸດສຸມຂອງກົມກອງທະຫານ 12 ເພື່ອສາມາດປະຕິບັດໜ້າທີ່ໃຫ້ເປັນຢ່າງດີ ດ້ວຍຄວາມຮຽກຮ້ອງທີ່ນັບມື້ນັບສູງຂອງພາລະກິດສ້າງສາ, ປົກປັກຮັກສາປະເທດຊາດໃນໄລຍະໃໝ່.

        “ສືບຕໍ່ຄົ້ນຄວ້າ, ຊອກຫາມາດຕະການແກ້ໄຂຢ່າງບຸກທະລຸ, ສືບຕໍ່ຍົກສູງຄຸນນະພາບການຝຶກອົບຮົມ, ບຳລຸງສ້າງ, ຝຶກຊ້ອມ, ງານແຂ່ງຂັນ ເພື່ອຍົກສູງຄຸນນະພາບສັງລວມ, ກຳລັງແຮງ, ລະດັບຄວາມກ່ຽມພ້ອມສູ້ຮົບ ແລະ ຍາດເອົາໄຊຊະນະ, ຕອບສະໜອງຄວາມຮຽກຮ້ອງຂອງໜ້າທີ່ໃນສະພາບການໃໝ່”.

(ແຫຼ່ງຄັດຈາກ VOV)

ນະຄອນ ໂຮ່ຈິມິນ ປະກາດການວາງແຜນກຳນົດ 100 ປີ

ນະຄອນ ໂຮ່ຈິມິນ ປະກາດການວາງແຜນກຳນົດ 100 ປີ

ຄາດວ່າ, ທາງນະຄອນຈະສຳເລັດການອັບເດດເອກະສານ ແລະ ແຜນທີ່ການວາງແຜນກຳນົດກ່ອນວັນທີ 31 ທັນວາ 2026 ແລະ ສຳເລັດການວາງແຜນກຳນົດສະເພາະຂະແໜງ ກ່ອນວັນທີ 30 ມິຖຸນາ 2027.

Top