• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເລືອງເກື່ອງ ຕ້ອນຮັບຮອງປະທານຄະນະພັກການທະຫານສູນກາງ ຈີນ

ການພົວພັນດ້ານປ້ອງກັນຊາດລະຫວ່າງ 2 ປະເທດໃນໄລຍະຜ່ານມາສືບຕໍ່ມີບາດກ້າວພັດທະນາໃໝ່, ມີປະສິດທິຜົນ
ທ່ານປະທານປະເທດ ເລືອງເກື່ອງ ຕ້ອນຮັບທ່ານປະທານຄະນະພັກການທະຫານສູນກາງ ຈີນ, ພົນໂທ ຈາງຫ້ຽວຊາງ (ພາບ: qdnd.vn)

ຕອນບ່າຍວັນທີ 25 ຕຸລາ, ຢູ່ທຳນຽບປະທານປະເທດ, ທີ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ຕ້ອນຮັບທ່ານປະທານຄະນະພັກການທະຫານສູນກາງ ຈີນ, ພົນໂທ ຈາງຫ້ຽວຊາງ, ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ຕີລາຄາວ່າ, ການພົວພັນດ້ານປ້ອງກັນຊາດລະຫວ່າງ 2 ປະເທດໃນໄລຍະຜ່ານມາສືບຕໍ່ມີບາດກ້າວພັດທະນາໃໝ່, ມີປະສິດທິຜົນ; ທ່ານສະເໜີວ່າ, ໃນໄລຍະຈະມາເຖິງ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຂອງ 2 ປະເທດສືບຕໍ່ຊຸກຍູ້, ເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ ຜ່ານການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ຮັກສາບັນດາກົນໄກທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ.

ສ່ວນ ພົນໂທ ຈາງຫ້ຽວຊາງ, ຢືນຢັນວ່າ, 2 ຝ່າຍຈະສືບຕໍ່ຢືດໝັ້ນຕໍ່ເສັ້ນທາງເຊິ່ງການນຳຂັ້ນສູງຂອງ 2 ພັກ, 2 ລັດ ໄດ້ກຳນົດ; ພ້ອມທັງເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ, ເພື່ອແນໃສ່ສ້າງປະຊາຄົມແບ່ງປັນອະນາຄົດທີ່ມີຄວາມໝາຍຍຸດທະສາດ.

(ແຫຼ່ງຄັດຈາກ VOV)

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

​​ທ່ານ ໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ທ່ານ Fujita Fumitake ສືບ​ຕໍ່ ສະ​ໜັບ​ສະ​ໜູນ, ຊຸກ​ຍູ້​ນຳ​ການ​ພົວ​ພັນ​ສອງ​ປະ​ເທດໃຫ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່; ຍູ້​ແຮງ​ການ​ພົວ​ພັນ​ພົບ​ປະ​ແລກ​ປ່ຽນ, ຮ່ວມ​ມື​ລະ​ຫວ່າງ​ພັກ​ ປະ​ຕິ​ວັດ ​ຍີ່​ປຸ່ນ ກັບ ຫວຽດ​ນາມ ໃຫ້ຫຼາຍກວ່າ​ອີກ.

Top