• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເລືອງເກືອງ ຖວາຍດອກໄມ້ ຈູດທູບທຽນບູຊາອາໄລຫາເຈົ້າຊີວິດຮຸ່ງ

ໃນຕອນເຊົ້າວັນທີ 7 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ, ຢູ່ວັງ ກີ້ງທຽນທີ່ຈອມພູ ເງັ້ນລີ້ງ ຢູ່ເຂດປູຊະນີຍະສະຖານປະຫວັດສາດລະດັບຊາດ ວິຫານຮຸ່ງ , ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງຝູເທາະ ໄດ້ດຳເນີນພິທີ ຖວາຍດອກໄມ້ ຈູດທູບທຽນບູຊາອາໄລຫາເຈົ້າຊີວິດຮຸ່ງ. ທ່ານປະທານປະເທດ ເລືອງເກືອງ ໄດ້ເຂົ້າຮ່ວມ ແລະ ຖວາຍທູບທຽນບູຊາ.
  ທ່ານປະທານປະເທດ ເລືອງເກືອງ ຈູດທູບທຽນ ອາໄລຫາເຈົ້າຊີວິດຮຸ່ງ. (ພາບ: TTXVN)  

ທີ່ວັງກີ້ງທຽນ, ທ່ານປະທານປະເທດ ເລືອງເກືອງ ແລະ ບັນດາການນຳຂອງພັກ, ລັດ ແລະ ທ້ອງຖິ່ນໄດ້ຖວາຍດອກໄມ້ ຈູດທູບທຽນບູຊາ ອາໄລຫາ , ສະແດງຄວາມຮູ້ບຸນຄຸນຕໍ່ບັນດາເຈົ້າຊີວິດຮຸ່ງ ທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ; ພ້ອມກັນນັ້ນ, ກໍລາຍງານຕໍ່ບັນພະບຸລຸດ ຊາບກ່ຽວກັບບັນດາຜົນງານອັນໃຫຍ່ຫຼວງທີ່ປະເທດຊາດຍາດມາໄດ້ໃນປີຜ່ານມາບົນເສັ້ນທາງ       ພັດທະນາ.

ພິທີ ຖວາຍດອກໄມ້ ຈູດທູບທຽນບູຊາອາໄລຫາເຈົ້າຊີວິດຮຸ່ງ ແລະ ສັບປະດາວັດທະນະທຳ - ທ່ອງທ່ຽວດິນແດນແຫ່ງບັນພະບຸລຸດປີ 2025 ຖືກດຳເນີນແຕ່ວັນທີ 29 ມີນາ ຫາວັນທີ 7 ເມສານີ້ ຢູ່ເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ, ນະຄອນຫວຽດຈີ່ ແລະ ບັນດາເມືອງໃນແຂວງ ຝູເທາະ ດ້ວຍບັນດາການເຄື່ອນໄຫວ ແລະ ເຫດການພິເສດຫຼາຍຢ່າງ.

ໃນຊຸມວັນດຳເນີນເຫດການຖວາຍດອກໄມ້ ຈູດທູບທຽນບູຊາອາໄລຫາເຈົ້າຊີວິດຮຸ່ງ, ມີປະຊາຊົນນັບໝື່ນຄົນຈາກທົ່ວປະເທດ ແລະ ຊາວຫວຽດນາມ ຢູ່ຕ່າງປະເທດໄດ້ພາກັນມາຖວາຍດອກໄມ້ຈູດທູບທຽນຢູ່ວິຫານຮຸ່ງ.

(ແຫຼ່ງຄັດຈາກ VOV)

ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ຕ້ອ​ນ​ຮັບ​ບຸນປີ​ໃໝ໋​ປະ​ຈຳ​ຊາດ​ຢ່າງ​ອົບ​ອຸ່ນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ

ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ຕ້ອ​ນ​ຮັບ​ບຸນປີ​ໃໝ໋​ປະ​ຈຳ​ຊາດ​ຢ່າງ​ອົບ​ອຸ່ນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ

ຕອນ​ຄ່ຳ​ວັນ​ທີ 13 ເມ​ສາ, ນະ​ຄອ​ນ​ໂຮ່​ຈີ​ມິນ ໄດ້​ຈັດ​ລາຍ​ການ​ພົບ​ປະ​ກັບ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ​ທີ່​ພວມ​ຮ່ຳ​ຮຽນ​ຢູ່​ທີ່​ນີ້ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ (ລາວ) ແລະ ບຸນ Chol Chnam Thmey ກຳ​ປູ​ເຈຍ​ປີ 2026.

Top