• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວໍວັນເຖືອງ ​ພົບ​ປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ

ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ຫວຽດນາມ - ຈີນ ໂດຍການນຳລຸ້ນຕ່າງໆຂອງສອງປະເທດເພີ່ມພູນຄູນສ້າງໄດ້ຜ່ານໄລຍະຂຶ້ນລົງຕ່າງໆຂອງປະຫວັດສາດ ແລະ ກາຍເປັນຊັບສົມບັດອັນລ້ຳຄ່າຂອງສອງຊາດ.
ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ແລະ ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ (ພາບ:TTXVN)

ວັນທີ 13 ທັນວາ, ທີ່ສຳນັກງານປະທານປະເທດ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະເຈລະຈາກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດ ສປ ຈີນ ສີຈີ້ນຜິງ.

ທີ່ການເຈລະຈາ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຢັ້ງຢືນວ່າ: ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ຫວຽດນາມ - ຈີນ ໂດຍການນຳລຸ້ນຕ່າງໆຂອງສອງປະເທດເພີ່ມພູນຄູນສ້າງໄດ້ຜ່ານໄລຍະຂຶ້ນລົງຕ່າງໆຂອງປະຫວັດສາດ ແລະ ກາຍເປັນຊັບສົມບັດອັນລ້ຳຄ່າຂອງສອງຊາດ, ປະຊາຊົນໃນປະຈຸບັນ ແລະ ອະນາຄົດລຸ້ນຕ່າງໆ ຈະສືບທອດ, ຮັກສາ, ເສີມຂະຫຍາຍ. ທ່ານປະທານປະເທດເຊື່ອໝັ້ນວ່າ: ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ຈະນຳການພົວພັນສອງປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່, ນັບມື້ນັບດີງາມ, ມີປະສິດທິຜົນ ແລະ ຍືນຍົງກ່ວາ. ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ຕີລາຄາສູງການຖືການພົວພັນ ຈີນ - ຫວຽດນາມ ເປັນສຳຄັນຂອງ ຫວຽດນາມ, ຢັ້ງຢືນ ຈີນ ຍາມໃດກໍ່ຖື ຫວຽດນາມ ມີທີ່ຕັ້ງພິເສດ, ແມ່ນທິດທາງບຸລິມະສິດໃນນະໂຍບາຍການຕ່າງປະເທດຖານບ້ານໃກ້ເຮືອນຄຽງຂອງຈີນ.    

ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ໄດ້ຕີລາຄາສູງຂໍ້ສະເໜີຂອງທ່ານປະທານປະເທດ ຫວໍວັນເຖືອງ ແລະ ຢັ້ງຢືນ: ການຮ່ວມມືສອງຝ່າຍໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນເປີດກ້ວາງ, ສະເໜີຊຸກຍູ້ການເຊື່ອມຕໍ່ຍຸດທະສາດລະຫວ່າງສອງພື້ນຖານເສດຖະກິດ, ຜັນຂະຫຍາຍແຜນການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ “ແລວທາງ ແລະ ເສັ້ນທາງ” ໃນຂອບເຂດ “ສອງແລວທາງ, ໜຶ່ງເສັ້ນທາງ”… ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ຢັ້ງຢືນ: ຈີນ ກຽມພ້ອມເປີດກ້ວາງການນຳເຂົ້າສິນຄ້າ, ພິເສດແມ່ນຜະລິດຕະພັນກະເສດຄຸນນະພາບສູງຂອງ ຫວຽດນາມ, ສົ່ງເສີມວິສາຫະກິດ ຈີນ ເພີ່ມທະວີການລົງທຶນທີ່ມີຄຸນນະພາບສູງເຂົ້າ ຫວຽດນາມ.

ພາຍຫຼັງການເຈລະຈາ, ຕອນສວາຍ ວັນທີ 13 ທັນວາ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ ໄດ້ຈັດງານລ້ຽງຢ່າງສົມກຽດເພື່ອຂ່ຳນັບຮັບຕ້ອນ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຈີນ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ: ປະກາດຜົນການເລືອກຕັ້ງຄະນະບໍລິຫານງານສູນກາງພັກ ຊຸດທີ XIV

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ: ປະກາດຜົນການເລືອກຕັ້ງຄະນະບໍລິຫານງານສູນກາງພັກ ຊຸດທີ XIV

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ປະກາດຜົນ ແລະ ຮັບຮອງເອົາລາຍຊື່ຄະນະບໍລິຫານງານສູນກາງພັກ ຊຸດທີ XIV

Top