• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບທ່ານປະທານາທິບໍດີ ເຢຍລະມັນ ແລະ ພັນລະຍາ ຢ່າງສົມກຽດ

ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເນັ້ນໜັກເຖິງພື້ນຖານຂອງສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ເຢຍລະມັນ ໂດຍເລີ່ມແຕ່ຊຸມປີ 50 ຂອງສະຕະວັດກ່ອນ ແລະ ຍາມໃດກໍ່ໄດ້ຮັບການປັບປຸງ.
ທ່ານປະທານປະເທດ ຫວໍວັນເຖືອງ ພ້ອມກັບ ພັນລະຍາ ແລະ ທ່ານປະທານາທິບໍດີ ເຢຍລະມັນ Frank-Walter Steinmeier ພ້ອມກັບ ພັນລະຍາ (ພາບ: TTXVN)

ຕອນຄ່ຳວັນທີ 23 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບທ່ານປະທານາທິບໍດີ ເຢຍລະມັນ Frank-Walter Steinmeier ແລະ ພັນລະຍາ ທີ່ພວມຢ້ຽມຢຽມທາງລັດຖະກິດ ຫວຽດນາມ.

ກ່າວຄຳເຫັນທີ່ງານລ້ຽງ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເນັ້ນໜັກເຖິງພື້ນຖານຂອງສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ເຢຍລະມັນ ໂດຍເລີ່ມແຕ່ຊຸມປີ 50 ຂອງສະຕະວັດກ່ອນ ແລະ ຍາມໃດກໍ່ໄດ້ຮັບການປັບປຸງ, ພັດທະນາຈາກການນຳ ແລະ ປະຊາຊົນຫຼາຍລຸ້ນຄົນຂອງ 2 ປະເທດ, ໃນນັ້ນມີການປະກອບສ່ວນສຳຄັນຂອງປະຊາຄົມຊາວ ຫວຽດນາມ ເປັນຈຳນວນຫຼວງຫຼາຍທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ເຢຍລະມັນ. ທ່ານປະທານປະເທດ ແບ່ງປັນວ່າ:   

“ຂ້າພະເຈົ້າມີຄວາມພາກພູມໃຈເມື່ອເຫັນວ່າ ໃນຄະນະຕິດຕາມທ່ານປະທານາທິບໍດີມີສ່ວນບຸກຄົນດີເດັ່ນໃນປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຢຍລະມັນ. ຂ້າພະເຈົ້າເຊື່ອໝັ້ນວ່າ, ປະຊາຄົມຊາວ ຫວຽດນາມ ພວມດຳລົງຊີວິດຢູ່ ເຢຍລະມັນ ເກືອບ 200.000 ຄົນ ແລະ ຊາວ ຫວຽດນາມ ນັບແສນຄົນໄດ້ຮ່ຳຮຽນ, ອອກແຮງງານຢູ່ ເຢຍລະມັນ, ຮູ້ພາສາ ເຢຍລະມັນ ແມ່ນກຳລັງສຳຄັນເພື່ອຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ຊຸກຍູ້ນ້ຳໃຈມິດຕະພາບ ແລະ ຄວາມເຂົ້າໃຈລະຫວ່າງ 2 ປະເທດໃຫ້ຍິ່ງໆຂຶ້ນ”.

ບົນພື້ນຖານບັນດາການຮ່ວມມືທີ່ນັບມື້ນັບບັນລຸປະສິດທິຜົນໃນທຸກຂົງເຂດນັ້ນ, ທ່ານປະທານປະເທດ ຫວໍວັນເຖືອງ ປາດຖະໜາວ່າ, 2 ປະເທດຈະຮ່ວມແຮງຮ່ວມໃຈເຮັດໃຫ້ການພົວພັນ 2 ຝ່າຍໃຫ້ເລິກເຊິ່ງຂຶ້ນຕືມ, ຕັ້ງໜ້າເຂົ້າຮ່ວມການແກ້ໄຂບັນດາສິ່ງທ້າທາຍລວມຂອງພາກພື້ນ ແລະ ທົ່ວໂລກ, ບົນຈິດໃຈຄູ່ຮ່ວມມືຍຸດທະສາດເຊິ່ງ 2 ປະເທດໄດ້ສ້າງຕັ້ງແຕ່ປີ 2011.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ພາຍ​ລັງ​ພິ​ທີ​ຕ້ອນ​ຮັບ, , ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ​ທ່ານ José Raúl Mulino ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ.

Top