• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວໍວັນເຖືອງ ເປັນປະທານງານລ້ຽງຕ້ອນຮັບປະທານາທິບໍດີ ມົງໂກນ ແລະ ພັນລະຍາ

ສ່ວນທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ຢັ້ງຢືນວ່າ: ພື້ນຖານອັນໜັກແໜ້ນຂອງການພົວພັນມິດຕະພາບໂດຍບັນດາການນຳລຸ້ນກ່ອນ ແລະ ສອງປະເທດສ້າງຂຶ້ນໄດ້ຜ່ານຜ່າທຸກໆສິ່ງທ້າທາຍຂອງການເວລາ ແລະ ນັບມື້ນັບໄດ້ຮັບການປັບປຸງ.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາເປັນປະທານງານລ້ຽງຮັບຕ້ອນທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ແລະ ພັນລະຍາ

ຕອນຄ່ຳວັນທີ 2 ພະຈິກ, ຢູ່ສູນກອງປະຊຸມສາກົນ (ຢູ່ຮ່າໂນ້ຍ), ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາເປັນປະທານງານລ້ຽງຮັບຕ້ອນທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ແລະ ພັນລະຍາ ພວມມີຢູ່ຢ້ຽມຢາມ ຫວຽດນາມ ທາງລັດຖະກິດ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ພ້ອມແລ້ວທີ່ຈະເພີ່ມທະວີການພົວພັນຮ່ວມມືທີ່ແທດຈິງ, ມີປະສິດທິຜົນ ແລະ ຮອບດ້ານກັບ ມົງໂກນ:

“ຂ້າພະເຈົ້າ ແລະ ທ່ານປະທານາທິບໍດີ ໄດ້ດຳເນີນເຈລະຈາທີ່ບັນລຸຜົນສຳເລັດທີ່ສຸດ. ສອງຝ່າຍພ້ອມກັນເຫັນດີເປັນເອກະພາບກ່ຽວກັບບັນດາທິດທາງ ແລະ ມາດຕະການໃຫຍ່ຊຸກຍູ້ການພົວພັນຮ່ວມມືທີ່ແທດຈິງ, ມີປະສິດທິຜົນ ແລະ ຮອບດ້ານລະຫວ່າງສອງປະເທດກ່ວາອີກ, ພ້ອມທັງແລກປ່ຽນກ່ຽວກັບບັນຫາສາກົນ ແລະ ພາກພື້ນ, ມຸ່ງໄປເຖິງການສ້າງຂອບເຂດການພົວພັນໃໝ່ລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ໂດຍເປັນເພື່ອນມິດສະໜິດສະໜົມ, ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ສະໜັບສະໜູນພາລະກິດແຫ່ງການພັດທະນາປະເທດຊາດຂອງປະຊາຊົນມົງໂກນ. ຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງທ່ານປະທານາທິບໍດີ Ukhnaagiin Khurelsukh, ມົງໂກນ ຈະປະຕິບັດສຳເລັດເປົ້າໝາຍຍຸດທະສາດ “ວິໄສທັດ 2050”, ສືບຕໍ່ບັນລຸໄດ້ຜົນສຳເລັດໃຫຍ່ຫຼວງຫຼາຍຢ່າງໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ວັດທະນາຖາວອນ, ປະຊາຊົນຜາສຸກ ແລະ ນັບມື້ນັບມີທີ່ຕັ້ງ, ອິດທິພົນຊື່ສຽງບົນເວທີສາກົນກ່ວາອີກ”.

ສ່ວນທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ຢັ້ງຢືນວ່າ: ພື້ນຖານອັນໜັກແໜ້ນຂອງການພົວພັນມິດຕະພາບໂດຍບັນດາການນຳລຸ້ນກ່ອນ ແລະ ສອງປະເທດສ້າງຂຶ້ນໄດ້ຜ່ານຜ່າທຸກໆສິ່ງທ້າທາຍຂອງການເວລາ ແລະ ນັບມື້ນັບໄດ້ຮັບການປັບປຸງ. ທ່ານ ເຊື່ອໝັ້ນວ່າ: ການຢ້ຽມຢາມ ຄັ້ງນີ້ຈະສືບຕໍ່ສ້າງກຳລັງໜູນ, ປະກອບສ່ວນກຳນົດທິດການຮ່ວມມື, ເປີດແງ່ຫວັງພັດທະນາໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດໃນໄລຍະຈະມາເຖິງກ່ວາອີກ.

(ແຫຼ່ງຄັດຈາກ VOV)

ລາງວັນ​ຊາວ​ເຄວ ປີ 2026: ເຊ​ີດ​ຊູ 123 ພື້ນ​ຖານ, ການ​ບໍ​ລິ​ການ ແລະ ມາດ​ຕະ​ການ​ດີ​ຈີ​ຕອນ​ດີ​ເດັ່ນ

ລາງວັນ​ຊາວ​ເຄວ ປີ 2026: ເຊ​ີດ​ຊູ 123 ພື້ນ​ຖານ, ການ​ບໍ​ລິ​ການ ແລະ ມາດ​ຕະ​ການ​ດີ​ຈີ​ຕອນ​ດີ​ເດັ່ນ

ຕອນ​ບ່າຍ​ວັນ​ທີ 28 ພຶ​ດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ອຸ​ປະ​ຖຳ​ຈາກ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ, ສະ​ຫະ​ສະ​ມາ​ຄົມ​ຊ​ອັບ​ແວ ແລະ ການ​ບໍ​ລິ​ການ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ຫວຽດ​ນາມ (VINASA) ໄດ້​ຈັດ​ພິ​ທີ​ເຊີດ​ຊູ ແລະ ມອບ​ລາງວັນ ຊາວ​ເຄວ ປີ 2026.

Top