• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວໍວັນເຖືອງ ເຂົ້າຮ່ວມພິທີປຸກລະດົມເດືອນມະນຸດສະທຳລະດັບຊາດປີ 2023

ທ່ານປະທານປະເທດ ຫວໍວັນເຖືອງ ຢືນຢັນວ່າ ຈະຕັ້ງໜ້າປະກອບສ່ວນໃຫ້ແກ່ການພັດທະນາຂອງສະພາກາແດງ ແລະ ຂະບວນການມະນຸດສະທຳໃນທົ່ວປະເທດໃນໄລຍະຈະມາເຖິງ.
(ພິທີປຸກລະດົມເດືອນມະນຸດສະທຳລະດັບຊາດປີ 2023)

ຕອນເຊົ້າວັນທີ 23 ເມສາ, ຢູ່ ເກິນເທີ, ໄດ້ຈັດພິທີປຸກລະດົມເດືອນມະນຸດສະທຳລະດັບຊາດປີ 2023 ດ້ວຍຫົວຂໍ້ “ຈາກຫົວໃຈຂອງແຕ່ລະຄົນ - ຮ່ວມແຮງຮ່ວມໃຈສ້າງປະຊາຄົມມະນຸດສະທຳ” ແລະ ຂະບວນການ “ວຽກດີຄົນເດັ່ນ, ຮ່ວມແຮງຮ່ວມໃຈສ້າງປະຊາຄົມເມດຕາປານີ”; ສະເຫຼີມສະຫຼອງ 160 ປີແຫ່ງຂະບວນການກາແດງ ແລະ ກາຊີກວົງເດືອນແດງສາກົນ.

ທີ່ພິທີປຸກລະດົມ, ທ່ານປະທານປະເທດ ຫວໍວັນເຖືອງ - ປະທານກິຕິມະສັກສະພາກາແດງ ຫວຽດນາມ ອາຍຸການ 2022 – 2027 ຢືນຢັນວ່າ ຈະຕັ້ງໜ້າປະກອບສ່ວນໃຫ້ແກ່ການພັດທະນາຂອງສະພາກາແດງ ແລະ ຂະບວນການມະນຸດສະທຳໃນທົ່ວປະເທດໃນໄລຍະຈະມາເຖິງ. ທ່ານປະທານປະເທດ ຫວໍວັນເຖືອງ ກ່າວວ່າ:

ຂ້າພະເຈົ້າຽກຮ້ອງໃຫ້ບັນດາອົງກາຈັດຕັ້ງວິສາຫະກິດອົງການສາກົນຜູ້ໃຈບຸນໃຈກຸສົນ ແລະ ປະຊາຊົນທຸກຊັ້ນວັນນະ ສືບຕໍ່ສົມທົບກັນ, ຮ່ວມເດີນທາງພ້ອມກັບສະພາກາແດງ ຫວຽດນາມ ໃນການໜູນຊ່ວຍຜູ້ປະສົບກັບຄວາມຫຍຸ້ງຍາກໃຫ້ນັບມື້ນບັນລຸປະສິດທິຜົນກວ່າ. ພວກເຮົາສ້າງຄວາມສະໜິດຕິດພັນກັນດ້ວຍນ້ຳໃຈເມດຕາປານີ, ພ້ອມກັນສ້າງປະຊາຄົມສາມັກຄີ, ສັງຄົມກ້າວໜ້າ, ສີວິໄລ”.

ທ່ານປະທານປະເທດ ເຊື່ອໝັ້ນວ່າ, ໃນໄລຍະຜັນຂະຫຍາເດືອນມະນຸດສະທຳປີ 2023, ທົ່ວປະເທດຈະຂົນຂວາຍໄດ້ຢ່າງໜ້ອຍສຸດຈຳນວນເງິນ 400 ຕື້ດົ່ງ (ປະມານ 17 ລ້ານ USD) ເພື່ອໜູນຊ່ວຍຜູ້ປະສົບກັບຄວາມຫຍຸ້ງຍາກ 1 ລ້ານເທື່ອຄົນ, ໃນນັ້ນ, ໃຫ້ບຸລິມະສິດແມ່ນຊາວປະມົງທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ແລະ ເດັກທຸກຍາກ, ພິການ.

(ແຫຼ່ງຄັດຈາກ VOV)

Fiji ຕີຄາສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ ອາຊີ - ປາຊີຟິກ ກໍຄືຢູ່ໃນໂລກ

Fiji ຕີຄາສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ ອາຊີ - ປາຊີຟິກ ກໍຄືຢູ່ໃນໂລກ

ທ່ານເອກອັກຄະລັດຖະທູດ ຫງວຽນວັນຈູງ ໃຫ້ຮູ້ວ່າ, ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະ ພັດທະນານ້ຳໃຈມິດຕະພາບລະຫວ່າງ 2 ຊາດ.

Top